• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ເຮັດ​ວຽກ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

ລາຍງານທີ່ການເຮັດວຽກ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ ຫວຽດນາມ ອາດຈະສືບຕໍ່ເພີ່ມຂຶ້ນ, ເຖິງຢ່າງໃດກໍ່ຕາມ, ທຸກຄົນຕິດເຊື້ອລາຍໃໝ່ລ້ວນແຕ່ຢັ້ງຢືນໄດ້ແຫຼ່ງຕິດເຊື້ອ ແລະ ໄດ້ຮັບການແຍກຕົວແລ້ວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບສະພາບການປະຕິບັດໜ້າທີ່ຂອງຂະແໜງ, ບັນດາບັນຫາຍັງຄົງຂ້າງຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ບັນດາຂໍ້ສະເໜີຂອງຂະແໜງ, ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້…

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ, “ທົ່ວປວງຊົນພວມລໍຄອຍຂະແໜງສາທາລະນະສຸກ ຫວຽດນາມ ຊຶ່ງແມ່ນກຳລັງຫຼັກແຫຼ່ງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”, ດັ່ງນັ້ນ ຮຽກຮ້ອງຕ້ອງມີວິທີການຊຸກຍູ້ຢ່າງແຮງກ່ວາອີກ ເພື່ອໃຫ້ກະຊວງສາທາລະນະສຸກ ແລະ ຂະແໜງສາທາລະນະສຸກ ປະຕິບັດບົດບາດໜ້າທີ່ຂອບເຂດອຳນາດ, ສິດຂອງຕົນໃຫ້ເປັນຢ່າງດີ. ພິເສດແມ່ນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ວາງອອກບັນດາວິທີການເພື່ອປ້ອງກັນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມເຖິງ, ໃນສະເພາະໜ້າແມ່ນກະກຽມໃຫ້ແກ່ການເລືອກຕັ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໃຫ້ເປັນຢ່າງດີ.

ລາຍງານທີ່ການເຮັດວຽກ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ ຫວຽດນາມ ອາດຈະສືບຕໍ່ເພີ່ມຂຶ້ນ, ເຖິງຢ່າງໃດກໍ່ຕາມ, ທຸກຄົນຕິດເຊື້ອລາຍໃໝ່ລ້ວນແຕ່ຢັ້ງຢືນໄດ້ແຫຼ່ງຕິດເຊື້ອ ແລະ ໄດ້ຮັບການແຍກຕົວແລ້ວ. ກະຊວງສາທາລະນະສຸກກໍ່ພວມມານະພະຍາຍາມສຳຜັດກັບບັນດາແຫຼ່ງສະໜອງວັກຊິນຜ່ານຫຼາຍຊ່ອງທາງທີ່ແຕກຕ່າງກັນ, ເຮັດວຽກໂດຍກົງກັບບັນດານັກຜະລິດວັກຊິນ, ບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດ ແລະ ສະຖານທູດ ຫວຽດນາມ ປະຈຳ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top