• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ​ເດັດ​ດ່ຽວແກ້​ໄຂ​ຂໍ້ຄົງ​ຂ້າງ​ໃນ​ການ​ກໍ່​ສ້າງ​ກິດ​ຈະ​ກຳ​ທາງ​ຄົມ​ມະ​ນາ​ຄົມ

ກອງປະຊຸມໄດ້ປະຕິບັດຕາມຮູບແບບເຊິ່ງໜ້າ ສົມທົບກັບແບບທາງໄກເຊິ່ງໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບ 33 ແຂວງ, ນະຄອນຂຶ້ນກັບສູນກາງທີ່ພວມມີບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ.
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມແບບເຊິ່ງໜ້າ ແລະ ທາງໄກ ກັບ 33 ທ້ອງຖິ່ນຂຶ້ນກັບສູນກາງ

ຕອນເຊົ້າວັນທີ 13 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ ແລະ ເປັນຈຸດສຸມໃນຂະແໜງຄົມມະນາຄົມຂົນສົ່ງ (ເອີ້ນຫຍໍ້ວ່າ ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະຊີ້ນຳ. ວາລະປະຊຸມດັ່ງກ່າວຖືກຈັດຂຶ້ນຕາມແບບເຊິ່ງໜ້າສົມທົບກັບທາງໄກ, ໂດຍເຊື່ອມຕໍ່ສຳນັກງານລັດຖະບານ ກັບ 33/63 ແຂວງ, ນະຄອນ ທີ່ມີກິດຈະກຳ, ໂຄງການສຳຄັນລະດັບຊາດ, ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.      

ປັດຈຸບັນ, ທົ່ວປະເທດພວມຜັນຂະຫຍາຍປະຕິບັດ 24 ໂຄງການສຳຄັນລະດັບຊາດ ແລະ ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ, ດ້ວຍ 75 ໂຄງການຍ່ອຍ ໂດຍຄະນະຊີ້ນຳ ຮັບຜິດຊອບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຕັ້ງໜ້າ, ຂ້ຽວຂາດກວ່າອີກ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຫຼຸດຜ່ອນຂັ້ນຕອນ, ລະບຽບການບໍລິຫານ, ຫຼຸດເວລາການຜັນຂະຫຍາຍລົງ, ເດັດດ່ຽວປະຕິບັດຫຼັການແກ້ໄຂວຽກງານໃຫ້ຖືກຕ້ອງຕາມສິດອຳນາດ, ໂດຍສຸມໃສ່ 2 ບັນຫາ, ນັ້ນແມ່ນ ບຸກເບີກໜ້າພຽງ ແລະ ສະໜອງແຫຼ່ງວັດສະດຸກໍ່ສ້າງ; ບັນດາແຂວງ, ນະຄອນ ມີຄວາມຮັບຜິດຊອບສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາບຸກເບີດໜ້າພຽງ ແລະ ຕັ້ງຖິ່ນຖານຄືນໃໝ່.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top