• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ ​ຕົນ​ເອງ ກ໋​ວາງ​ຊີ (ຈີນ)

ສອງພັກ, ສອງລັດຖືເປັນສຳຄັນການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດ, ສົ່ງເສີມ, ສະໜັບສະໜູນບັນດາທ້ອງຖິນ່ສອງປະເທດ, ເປັນຕົ້ນແມ່ນ ແຂວງ/ເຂດຊາຍແດນເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຫຼຽນໜິງເລຂາຄະນະພັກ, ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນ (ສະພາປະຊາຊົນ) ເຂດປົກຄອງຕົນເອງ ຊົນເຜົ່າຈວາງ, ກ໋ວາງຊີ, ຈີນ (ພາບ: VGP)

ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານຫຼຽນໜິງເລຂາຄະນະພັກ, ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນ (ສະພາປະຊາຊົນ) ເຂດປົກຄອງຕົນເອງ ຊົນເຜົ່າຈວາງ, ກ໋ວາງຊີ, ຈີນ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ແລະ ພື້ນຖານໂຄງລ່າງໜູນຊ່ວຍຢູ່ບັນດາດ່ານຊາຍແດນເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງປະເທດ; ທ່ານຢັ້ງຢືນວ່າ ສອງພັກ, ສອງລັດຖືເປັນສຳຄັນການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດ, ສົ່ງເສີມ, ສະໜັບສະໜູນບັນດາທ້ອງຖິນ່ສອງປະເທດ, ເປັນຕົ້ນແມ່ນ ແຂວງ/ເຂດຊາຍແດນເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນລະຫວ່າງທຸກຂັ້ນ, ທຸກຂະແໜງການ, ໝູ່ຄະນະປະຊາຊົນ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພ້ອມກັນພັດທະນາ, ຕັ້ງໜ້າປົກປ້ອງ, ຂຸດຄົ້ນບັນດສະຖານທີ່ແດງ ຂອງການປະຕິວັດສອງປະເທດ, ເປັນຕົ້ນແມ່ນບັນດາ ປູສະນີຍະສະຖານ ກ່ຽວກັບປະທານໂຮ່ຈີມິນ ຢູ່ກ໋ວາງຊີ, ສະເໜີຍູ້ແຮງ ການເຊື່ອມຕໍ່ກ່ຽວກັບ ເສັ້ນທາງຄວາມໄວສູງ, ເສັ້ນທາງລົດໄຟຄວາມໄວສູງ, ເປັນຕົ້ນແມ່ນສາຍ ລ້າງເຊີນ - ຮ່າໂນ້ຍ ແລະ ມ້ອງກາຍ - ຮະລອງ - ຫ໋າຍຝ່ອງ ເຊື່ອມຕໍ່ກັບກ໋ວາງຊີ, ພ້ອມທັງຊຸກຍູ້ຍົກສູງ “ການເຊື່ອມຕໍ່” ກ່ຽວກັບການປະຕິບັດພາສີແບບອັດສະລິຍະ, ດ່ານຊາຍແດນອັດສະລິຍະ.

ສ່ວນທ່ານ ຫຼຽວໜິງ ຢັ້ງຢືນຄວາມຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນມິດຕະພາບກັບບັນດາທ້ອງຖິ່ນ ຫວຽດນາມ ເລິກເຊິ່ງກ່ວາອີກ, ຍູ້ແຮງການເຊື່ອມຕໍ່ທາງຄົມມະນາຄົມ ທາງບົກ, ທາງລົດໄຟ ແລະ ເສັ້ນທາງການເດີນທະເລ ເໝາະສົມຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າສອງປະເທດ; ເສີມຂະຫຍາຍບຸລິມະສິດພິເສດຂອງສອງຝ່າຍເພື່ອຜ່ານ ກ໋ວາງຊີ ເຊື່ອມຕໍ່ກັບຈີນ ຢ່າງເລິກເຊິ່ງ, ໄປຍັງປະເທດທີສາມ ກໍ່ຄືຜ່ານ ຫວຽດນາມ ເຊື່ອມຕໍ່ກັບອາຊຽນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top