• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ສະແດງຄວາມພາກພູມໃຈເມື່ອການພົວພັນຮ່ວມມືສອງປະເທດ ສືບຕໍ່ມີບາດກ້າວພັດທະນາຢ່າງແຮງ, ການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸເກືອບ 928 ລ້ານ USD, ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ

ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ, ປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ເພັດ ພົມພິພັກ ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ສະແດງຄວາມພາກພູມໃຈເມື່ອການພົວພັນຮ່ວມມືສອງປະເທດ ສືບຕໍ່ມີບາດກ້າວພັດທະນາຢ່າງແຮງ, ການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸເກືອບ 928 ລ້ານ USD, ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ຫວຽດນາມ ສືບຕໍ່ຮັກສາເປັນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ລາວ, ມາຮອດປັດຈຸບັນມີ 255 ໂຄງການ, ມີຍອດເງິນລົງທຶນຈົດທະບຽນ 5,5 ຕື້ USD, ມີຫຼາຍໂຄງການເຄື່ອນໄຫວມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບພັນຄົນ, ເພີ່ມເຕີມແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດລາວ…

ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພັດ ພົມພິພັກ ແຈ້ງໃຫ້ນາຍົກລັດຖະມົນຕີ ຊາບວ່າ ກ່ຽວກັບບັນດາການເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໃນໄລຍະຈະມາເຖິງ, ກໍ່ຄືໝາກຜົນຂອງກອງປະຊຸມຜັນຂະຫຍາຍຂໍ້ຕົກລົງແຜນການຮ່ວມມື ຫວຽດນາມ - ລາວ ປີ 2024 ແລະ ສຳຫຼວດກວດຄືນຊຸກຍູ້ການປະຕິບັດ ສົນທິສັນຍາຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນໄລຍະ 2021 – 2025.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top