• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ຜູ້ກໍ່ຕັ້ງ​ກຸ່ມ​ບໍ​ລິ​ສັດ Infosys, ອິນ​ເດຍ

Infosys ພ້ອມແລ້ວທີ່ຈະຮ່ວມມື, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ນະວັດຕະກຳ, big Data, ປັນຍາປະດິດ, cloud computing…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nagavara Ramaroa Narayana Murthy ອະດີດປະທານ, ຜູ້ກໍ່ຕັ້ງ Infosys (ພາບ: VGP)

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nagavara Ramaroa Narayana Murthy ອະດີດປະທານ, ຜູ້ກໍ່ຕັ້ງ Infosys ກຸ່ມບໍລິສັດເຕັກໂນໂລຢີ ຂໍ້ມູນຂ່າວສານແຖວໜ້າ ອິນເດຍ ດ້ວຍທຶນຂຶ້ນເຖິງ 70 ຕື້ USD, ມີພະນັກງານກ່ວາ 320.000 ຄົນ ແລະ ລາຍຮັບແຕ່ລະປີບັນລຸກ່ວາ 18 ຕື້ USD.

ໂດຍສະແດງຄວາມຍິນດີ ທີ່ ທ່ານ Narayana Murthy ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ທ່ານເອງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ໃຫ້ຫຼາຍກ່ວາອີກ ເພື່ອສົມກັບຄວາມສາມາດບົ່ມຊ້ອນກໍ່ຄືຂອບຂະໜາດຂອງການພົວພັນ ຫວຽດນາມ - ອິນເດຍ.

ສ່ວນທ່ານ ອະດີດປະທານ ກຸ່ມບໍລິສັດ Infosys ໄດ້ສະແດງຄວາມເຄົາລົບນັບຖື ຫວຽດນາມ ໃນການສ້າງສາ, ພັດທະນາປະເທດຊາດ, ເຫັນດີເປັນເອກະພາບກັບບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານຕີລາຄາສູງວິໄສທັດຂອງ ຫວຽດນາມ ໃນການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ; ທ່ານໃຫ້ຮູ້ວ່າ Infosys ພ້ອມແລ້ວທີ່ຈະຮ່ວມມື, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ນະວັດຕະກຳ, big Data, ປັນຍາປະດິດ, cloud computing… ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top