• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນບັນດາຜົນສຳເລັດດ້ານເສດຖະກິດຂອງປະເທດຊາດໃນປີຜ່ານມາໄດ້ມີການປະກອບສ່ວນຂອງປະຊາຄົມວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 10 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານພົບປະກັບວິສາຫະກິດ ກ່ຽວກັບ ໜ້າທີ່, ວິທີການແກ້ໄຂເພື່ອໃຫ້ວິສາຫະກິດເອກະຊົນເພີ່ມຄວາມໄວ, ກະໂດດຂັ້ນ, ປະກອບສ່ວນພັດທະນາປະເທດຊາດວ່ອງໄວ ແລະ ຍືນຍົງໃນສັງກາດໃໝ່. ທີ່ກອງປະຊຸມມີການເຂົ້າຮ່ວມຂອງ ການນຳບັນດາອົງການ, ສະມາຄົມວິສາຫະກິດ, ການນຳ 26 ກຸ່ມບໍລິສັດ, ລັດວິສາຫະກິດ ແລະ ວິສາຫະກິດເອກະຊົນແຖວໜ້າປະເທດ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນບັນດາຜົນສຳເລັດດ້ານເສດຖະກິດຂອງປະເທດຊາດໃນປີຜ່ານມາໄດ້ມີການປະກອບສ່ວນຂອງປະຊາຄົມວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຍາມໃດກໍ່ມີກະທຳຢ່າງຊັດເຈັນ, ທັນການ, ຍາມໃດກໍ່ຮ່ວມເດີນທາງ, ແບ່ງປັນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ສະເໜີບັນດາວິສາຫະກິດສືບຕໍ່ປະກອບສ່ວນໃຫ້ແກ່ເປົ້າໝາຍທັງປີມີການເຕີບໂຕຢູ່ລະດັບຕ່ຳສຸດແມ່ນ 8%ໃນປີນີ້, ສ້າງທ່ວງທ່າ, ກຳລັງ, ບັນຍາກາດເພື່ອໃຫ້ຫວຽດນາມ ມີການເຕີບໂຕຢູ່ລະດັບ 2 ຕົວເລກໃນຊຸມປີຈະມາເຖິງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ ຄະນະປະຈຳລັດຖະບານຈະຈັດຕັ້ງບັນດາກອງປະຊຸມກັບລັດວິສາຫະກິດ, ວິສາຫະກິດເອກະຊົນ, ທະນາຄານ, ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດເພື່ອແນໃສ່ຮັບຟັງຄຳເຫັນຂອງປະຊາຄົມວິສາຫະກິດ, ດັ່ງນັ້ນ, ສະເໜີບັນດາວິສາຫະກິດໃຫ້ຂໍ້ສັງສັງເກດ, ວິໄຈສະພາບການຢ່າງລະອຽດ, ປະກອບຄຳເຫັນໃຫ້ແກ່ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top