• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ຕອນຄ່ຳວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ. ການຢ້ຽມຢາມຈະແກ່ຍາວຮອດວັນທີ 01 ສິງຫາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສ. ອິນເດຍ Narendra Modi  (ພາບ: Duong Giang/TTXVN)

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ພາຍຫຼັງ ຫວຽດນາມ ແລະ ອິນເດຍ ສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2016). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ແມ່ນໜຶ່ງໃນບັນດາການນຳຕ່າງປະເທດຄົນທຳອິດທີ່ມາ ຢ້ຽມຢາມ ອິນເດຍ ພາຍຫຼັງ ອິນເດຍ ດຳເນີນການເລືອກຕັ້ງສະພາຕ່ຳ ແລະ ມີລັດຖະບານຊຸດໃໝ່. ການຢ້ຽມຢາມກໍໄດ້ດຳເນີນກົງກັບຈຸດເວລາສະເຫຼີມສະຫຼູອງ 70 ປີ ແຫ່ງການເຊັນສົນທິສັນຍາ ເຊີແນວ (1954 – 2024), ໃນນັ້ນ, ອິນເດຍ ສວມບົດບາດສຳຄັນຍິ່ງໃນການຊ່ວຍຊຸກຍູ້ການເຈລະຈາ ແລະ ເຊັນສົນທິສັນຍາສະບັບດັ່ງກ່າວ.

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເພື່ອແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອິນເດຍ, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງການນຳສອງປະເທດ, ໂດຍສະເພາະແມ່ນລະຫວ່າງນາຍົກລັດຖະມົນຕີສອງທ່ານ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການແບ່ງປັນທັດສະນະກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ສາກົນ ແລະ ຢັ້ງຢືນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top