• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ກັບ ອົດ​ສະ​ຕາ​ລີ ແລະ ສ​ປ​ຊ

ຕອນບ່າຍວັນທີ 7 ກັນຍາ, ຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ອົດສະຕາລີ ແລະ ອາຊຽນ ກັບ ສປຊ.
ບັນດາການນຳ ອາຊຽນ ແລະ ອົດສະຕາລີ ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ - ອົດສະຕາລີຄັ້ງທີ 3 (ພາບ: VGP)

ທີ່ກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີຄັ້ງທີ 3, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ພາຍຫຼັງການພັດທະນາມາເປັນເວລາເກືອບ 50 ປີ, ອາຊຽນ ແລະ ອົດສະຕາລີໄດ້ກາຍເປັນປະເທດບ້ານໃກ້ເຮືອນຄຽງ, ສະໜິດຕິດແທດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເພື່ອນມິດທີ່ຈິງໃຈຂອງກັນ. ອາຊຽນ ເຫັນດີເປັນເອກະພາບ ພ້ອມກັບ ອົດສະຕາລີ ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນ, ການເຂົ້າເຖິງຕະຫຼາດ, ຍູ້ແຮງການເຊື່ອມຕໍ່ທາງການຄ້າຫຼາຍຝ່າຍ, ການຮ່ວມມື, ການສຶກສາ, ສອນວິຊາອາຊີບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຫັນເປັນດີຈີຕອນ, ຄວບຄຸມໄພທຳມະຊາດ, ຫັນເປັນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຢູ່ກອງປະຊຸມສຸດຍອດ ອາຊຽນ - ສປຊ ຄັ້ງທີ 13 ທີ່ໄດ້ດຳເນີນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ ໃຫ້ສປຊ ມີຄວາມເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດເຂດລົ່ງແມ່ນ້ຳຂອງ ໃນການຄວບຄຸມ, ນຳໃຊ້ແຫຼ່ງນ້ຳແບບຍືນຍົງ, ຍົກສູງຄວາມສາມາດບົ່ມຊ້ອນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ເປັນຕົ້ນແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top