• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ WEF ຕ​ະຫຼຽນ 2024 ແລະ ເຮັດ​ວຽກ​ຢູ່ ຈີນ

ຕອນບ່າຍວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ ຈັດຂຶ້ນຢູ່ ຕະຫຼຽນ (ກອງປະຊຸມ WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ ນັບແຕ່ວັນທີ 24 – 27 ມິຖຸນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ທ່ານ Klaus Schwab ຜູ້ກໍ່ຕັ້ງທັງເປັນປະທານຝ່າຍບໍລິຫານ WEF ຢ່າງຈົບງາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງກັບເມືອຮ່າໂນ້ຍ (ພາບ: TTXVN)

ໃນກອງປະຊຸມ WEF ຕະຫຼຽນ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາວາລະປຶກສາຫາລື ແລະ ເຮັດວຽກ; ພ້ອມກັບຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF Klaus Schwab ເປັນປະທານວາລະສົນທະນາກັບການນຳບັນດາກຸ່ມບໍລິສັດຂອງ WEF, ປະທານກອງປະຊຸມໂອ້ລົມສົນທະນາກັບວິສາຫະກິດນະວັດຕະກຳຂອງ WEF. ນອກຈາກນັ້ນ ຍັງມີການເຄື່ອນໄຫວສອງຝ່າຍກັບຈີນ ອີກດ້ວຍ.

        ການເດີນທາງໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄຳສັ່ງເລກທີ 25 ຂອງຄະນະເລຂາສູນກາງ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030 ຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ສ້າງປະຊາຄົມພ້ອມກັນແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ WEF ເລິກເຊິ່ງກວ່າອີກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top