• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສາ​ສະ​ໜ​າ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 30 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຍ້ອງຍໍຊົມເຊີຍບັນດາອົງການສາສະໜາທີ່ໄດ້ມີການປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອນເຊົ້າວັນທີ 30 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຍ້ອງຍໍຊົມເຊີຍບັນດາອົງການສາສະໜາທີ່ໄດ້ມີການປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

    

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ. ພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະໜາ ແມ່ນພາກສ່ວນສຳຄັນຂອງຊາດ ຫວຽດນາມ, ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຕະຫຼອດໄລຍະປະຫວັດສາດຂອງປະເທດຊາດ, ຊີວິດການເຫຼືື້ອມໃສ, ເຊື່ອຖືສາສະໜາ ແມ່ນພາກສ່ວນບໍ່ອາດຕັດແຍກອອກຈາກຊີວິດວັດທະນະທຳ, ຈິດໃຈຂອງຊາດ ຫວຽດນາມ, ຂອງປະຊາຊົນ ຫວຽດນາມ ໄດ້. ກ່ຽວກັບວຽກງານສາສະໜາໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີວ່າ:

        “ຕ້ອງເປັນເສນາທິການໃຫ້ແກ່ພັກ, ລັດ ເພື່ອປັບປຸງກົນໄກ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການເຫຼື້ອມໃສ, ເຊື່ອຖືສາສະໜາ ໃຫ້ສົມບູນແບບ. ສ້າງກົນໄກ, ລະດົມ, ເສີມຂະຫຍາຍທຸກແຫຼ່ງກຳລັງຂອງສາສະໜາໃນການສ້າງສາ ແລະ ພັດທະນາປະເທດຊາດ. ສືບຕໍ່ເອົາໃຈໃສ່, ມີນະໂຍບາຍລະອຽດ ເພື່ອແນໃສ່ໃຫ້ກຳລັງໃຈທາງດ້ານວັດຖຸ ແລະ ຈິດໃຈຕໍ່ຜູ້ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ. ເອົາໃຈໃສ່ພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນເຂດພໍ່ແມ່ປະຊາຊົນເຊື່ອຖືສາສະໜາເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.”

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top