ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ປີ 2025, ຫວຽດນາມວາງຄາດໝາຍມີການເຕີບໂຕຢູ່ລະດັບ 8%, ມຸ່ງໄປເຖິງການເຕີບໂຕຢູ່ລະດັບ 2 ຕົວເລກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສະເໜີທາງແຂວງກ໋ວາງນາມ ຕ້ອງມີແຜນການລະອຽດເພື່ອຮັບປະກັນເປົ້າໝາຍການເຕີບໂຕຂອງແຂວງ; ພ້ອມທັງລະດົມ, ຮ່ວມເດີນທາງກັບບັນດາບໍລິສັດ, ໃນນັ້ນມີກຸ່ມບໍລິສັດ HS Hyosung ໃນການເພີ່ມທະວີການຜະລິດດຳເນີນທຸລະກິດ, ສ້າງແຜນການເຕີບໂຕບັນລຸຢູ່ລະດັບຕ່ຳສຸດແມ່ນ 8%, ປະກອບສ່ວນພ້ອນກັບປະເທດຊາດບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ.
ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ Thaco. ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 8 ກຸມາພາ, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ກ໋ວາງນາມ, ທ່ານນາຍົກລັດຖະມົນຕີ ໄດ້ໄປຈຸດທູບໃຕ້ທຽນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກ໋ວາງນາມ.