• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລັດ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ໃນ​ການ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາຢ່າງ​ວັດ​ທະ​ນາ​ຖາ​ວອນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກມີການປ່ຽນແປງຢ່າງຕໍ່ເນື່ອງດັ່ງນັ້ນ ລັດວິສາຫະກິດກໍ່ຕ້ອງມີການປ່ຽນແປງວິທີການສຳຜັດ, ຈິນຕະນາການຕ້ອງມີການປ່ຽນແປງ, ຕ້ອງມີໄຫວພິບດ້ວຍສະພາບການຕົວຈິງ.
ທ່ານນາຍົກລັກຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັກຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມການເຮັດວຽກລະຫວ່າງລັດຖະບານກັບລັດວິສາຫະກິດດ້ວຍຫົວຂໍ້ “ໜ້າທີ່, ມາດຕະການປະກອບສ່ວນເຂົ້າໃນການເຕີບໂຕຢູ່ລະດັບສອງຕົວເລກ ແລະ ການພັດທະນາປະເທດໂດຍໄວ ແລະ ຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກມີການປ່ຽນແປງຢ່າງຕໍ່ເນື່ອງດັ່ງນັ້ນ ລັດວິສາຫະກິດກໍ່ຕ້ອງມີການປ່ຽນແປງວິທີການສຳຜັດ, ຈິນຕະນາການຕ້ອງມີການປ່ຽນແປງ, ຕ້ອງມີໄຫວພິບດ້ວຍສະພາບການຕົວຈິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງລັດວິສາຫະກິດຕ້ອງສືບຕໍ່ເສີມຂະຫຍາຍບົດບາດແມ່ນກຳລັງສຳຄັນ, ນຳໜ້າ, ຫຼັກແຫຼ່ງໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມກັບເຂດເອກະຊົນເພີ່ມຄວາມໄວ, ບຸກທະລຸປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ ພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາຈາກກຳລັງພາຍໃນ, ນຳປະເທດຊາດພັດທະນາຢ່າງວັດທະນາຖາວອນໂດຍໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2025, ຫວຽດນາມ ສູ້ຊົນມີການເຕີບໂຕ GDP ບັນລຸລະດັບໜ້ອຍສຸດແມ່ນ 8% ເພື່ອສ້າງທ່ວງທ່າ, ບັນຍາກາດ, ກຳລັງໜູນໃຫ້ຊຸມປີຕໍ່ໄປມີການເຕີບໂຕບັນລຸລະດັບຢູ່ສອງຕົວເລກ.

(ແຫຼ່ງຄັດຈາກ VOV)

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.

Top