ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບ ພະມະຫາກະສັດ ບຣູໄນ Hassannal Bolkiah
ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງຕໍ່ການພັດທະນາຢ່າງມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບຣູໄນ ໃນທຸກຂົງເຂດ. ພິເສດ, ການຮ່ວມມືດ້ານການຄ້າ ບັນລຸບາດກ້າວບຸກທະລຸ: ວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸກວ່າ 720 ລ້ານ USD, ເພີ່ມຂຶ້ນ 134% ເມື່ອທຽບໃສ່ປີ 2021. ການນຳສອງທ່ານກໍເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍກົນໄກຮ່ວມມືຄະນະກຳມະການຮ່ວມມືສອງຝ່າຍຂັ້ນລັດຖະມົນຕີການຕ່າງປະເທດ ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ໄລຍະ 2023 – 2027 ທີ່ຫາກໍລົງນາມໃນໂອກາດນີ້ຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເປັນຕົ້ນແມ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ທະເລ…
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານ ກໍໄດ້ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມທັງສົມທົບກັນຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ສູ້ຊົນໃຫ້ມີຄວາມຄືບໜ້າໃນການເຈລະຈາ ກົດແຫ່ງການປະພຶດ (COC).
ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານກໍເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນໂຄງການເຄື່ອນໄຫວ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ 2023 – 2027 ແລະ ໜັງສືທາງການວ່າດ້ວຍການ ແລກປ່ຽນຂໍ້ຕົກລົງຍົກເວັ້ນວີຊາສຳລັບຜູ້ທີ່ຖືໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການລະຫວ່າງ ຫວຽດນາມ ແລະ ບຣູໄນ.
ກໍໃນຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ບຣູໄນ (UBD). ນີ້ແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລ ທີ່ມີຂອບຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງທີ່ສຸດຂອງ ບຣູໄນ ແລະ ໄດ້ຈັດຢູ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມະຫາວິທະຍາໄລ UBD ກໍແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການຮ່ວມມືລະຫວ່າງ ຫວຽດນາມ - ບຣູໄນ ໃນຂົງເຂດການສຶກສາ, ບຳລຸງສ້າງ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ບຣູໄນ Darusssalam ກັບຄືນ ຫວຽດນາມ, ສິ້ນສຸດການຢ້ຽມຢາມທາງການ ສິງກະໂປ ແລະ ບຣູໄນ ຢ່າງຈົບງາມ.