• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປະ​ຕິ​ຮູບ​​ກາ​ນ​ບໍ​ລິ​ຫານ​ແມ່ນ​ໜຶ່ງ ໃນ​ສາມ​ໜ້າ​ທີ່​ບຸກ​ທະ​ລຸ​ຍຸດ​ທະ​ສາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າການປະຕິຮູບ ການບໍລິຫານແມ່ນໜຶ່ງໃນສາມໜ້າທີ່ບຸກທະລຸຍຸດທະສາດ, ສ້າງພື້ນຖານການບໍລິຫານຕາມທິດປະຊາທິປະໄຕ, ເປັນມືອາຊີບ, ທັນສະໄໝ, ກະທັດຮັດ, ມີປະສິດທິຜົນ, ໂປ່ງໃສ, ຮັບໃຊ້ປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບການບໍລິຫານ ຂອງລັດຖະບານ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບໂດຍກົງສົມທົບກັບເຊິ່ງໜ້າ, ເຊື່ອມຕໍ່ແບບທາງໄກກັບສຳນັກງານລັດຖະບານກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າການປະຕິຮູບ ການບໍລິຫານແມ່ນໜຶ່ງໃນສາມໜ້າທີ່ບຸກທະລຸຍຸດທະສາດ, ສ້າງພື້ນຖານການບໍລິຫານຕາມທິດປະຊາທິປະໄຕ, ເປັນມືອາຊີບ, ທັນສະໄໝ, ກະທັດຮັດ, ມີປະສິດທິຜົນ, ໂປ່ງໃສ, ຮັບໃຊ້ປະຊາຊົນ. ທັດສະນະແມ່ນຍາມໃດກໍ່ຕ້ອງຖືປະຊາຊົນ, ວິສາຫະກິດເປັນເຈົ້າກຳ, ເປັນໃຈກາງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ໃນໄລຍະຜ່ານມາ, ວຽກງານປະຕິຮູບລະບຽບການບໍລິຫານບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ, ປະກອບສ່ວນປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

Top