• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ” ໄດ້ “ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ”

ຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາຢູ່ພາກກາງ ຫວຽດນາມ ຢ່າງຮີບດ່ວນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

 ພາຍຫຼັງການຜັນຂະຫຍາຍມາເປັນເວລາ 1 ເດືອນ, “ບັ້ນເຄື່ອນໄຫວ ກວາງຈູງ” ບໍ່ພຽງແຕ່ປະຕິບັດສຳເລັດຖືກຕາມຄວາມຄືບໜ້າເທົ່ານັ້ນ ຫາກຍັງໄວກວ່າເວລາກຳນົດ. ຮອດວັນທີ 30 ທັນວາ 2025, ເຮືອນທີ່ຖືກເປ່ເພຈຳນວນ 34.759 ຫຼັງ ໄດ້ຮັບການສ້ອມແປງ, ສຳເລັດ 100% ເປົ້າໝາຍທີ່ວາງອອກ. ກ່ຽວກັບເຮືອນທີ່ຖືກພັງຖະຫຼົ່ມ ຕ້ອງກໍ່ສ້າງໃໝ່ນັ້ນ ໄລ່ຮອດວັນທີ 15 ມັງກອນ ກໍ່ໄດ້ກໍ່ສ້າງສຳເລັດ 1.597 ຫຼັງ.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ  ຢັ້ງຢືນວ່າ:

        “ໄລ່ຮອດວັນທີ 15 ມັງກອນ, ພວກເຮົາສາມາດໝັ້ນໃຈຢັ້ງຢືນວ່າ “ບັ້ນເຄື່ອນໄຫວກວາງຈູງ” ເຖິງວ່າບໍ່ມີສຽງປືນ ແຕ່ໄດ້ “ຕໍ່ສູ້ຢ່າງຮີບເຮັ່ງ, ຍາດໄດ້ໄຊຊະນະຢ່າງວ່ອງໄວ”, ບໍ່ພຽງແຕ່ “ໄຊຊະນະ” ເທົ່ານັ້ນ “ຫາກຍັງໄຊຊະນະຢ່າງວ່ອງໄວ ແລະ ດັງກວ້າງ”ອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນຄວາມສຸກຄວາມມ່ວນຊື່ນຂອງບັນດາຄອບຄົວທີ່ເຮືອນຖືກພັງຖະຫຼົ່ມ ຫຼື ເປ່ເພໃນເຫດໄພພິບັດທຳມະຊາດຢູ່ພາກກາງ ຫວຽດນາມ ໄລຍະຜ່ານມາເທົ່ານັ້ນ, ຫາກຍັງເຈືອຈານກັບຄວາມມ່ວນຊື່ນຂອງທົ່ວປະເທດ, ຂອງຊາດກ່ອນວັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກ ແລະ ໂອກາດບຸນປີໃໝ່ປະຈຳຊາດປີມະເມຍ  ອີກດ້ວຍ.”

​(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top