ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)
ພາຍຫຼັງການຜັນຂະຫຍາຍມາເປັນເວລາ 1 ເດືອນ, “ບັ້ນເຄື່ອນໄຫວ ກວາງຈູງ” ບໍ່ພຽງແຕ່ປະຕິບັດສຳເລັດຖືກຕາມຄວາມຄືບໜ້າເທົ່ານັ້ນ ຫາກຍັງໄວກວ່າເວລາກຳນົດ. ຮອດວັນທີ 30 ທັນວາ 2025, ເຮືອນທີ່ຖືກເປ່ເພຈຳນວນ 34.759 ຫຼັງ ໄດ້ຮັບການສ້ອມແປງ, ສຳເລັດ 100% ເປົ້າໝາຍທີ່ວາງອອກ. ກ່ຽວກັບເຮືອນທີ່ຖືກພັງຖະຫຼົ່ມ ຕ້ອງກໍ່ສ້າງໃໝ່ນັ້ນ ໄລ່ຮອດວັນທີ 15 ມັງກອນ ກໍ່ໄດ້ກໍ່ສ້າງສຳເລັດ 1.597 ຫຼັງ.
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:
“ໄລ່ຮອດວັນທີ 15 ມັງກອນ, ພວກເຮົາສາມາດໝັ້ນໃຈຢັ້ງຢືນວ່າ “ບັ້ນເຄື່ອນໄຫວກວາງຈູງ” ເຖິງວ່າບໍ່ມີສຽງປືນ ແຕ່ໄດ້ “ຕໍ່ສູ້ຢ່າງຮີບເຮັ່ງ, ຍາດໄດ້ໄຊຊະນະຢ່າງວ່ອງໄວ”, ບໍ່ພຽງແຕ່ “ໄຊຊະນະ” ເທົ່ານັ້ນ “ຫາກຍັງໄຊຊະນະຢ່າງວ່ອງໄວ ແລະ ດັງກວ້າງ”ອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນຄວາມສຸກຄວາມມ່ວນຊື່ນຂອງບັນດາຄອບຄົວທີ່ເຮືອນຖືກພັງຖະຫຼົ່ມ ຫຼື ເປ່ເພໃນເຫດໄພພິບັດທຳມະຊາດຢູ່ພາກກາງ ຫວຽດນາມ ໄລຍະຜ່ານມາເທົ່ານັ້ນ, ຫາກຍັງເຈືອຈານກັບຄວາມມ່ວນຊື່ນຂອງທົ່ວປະເທດ, ຂອງຊາດກ່ອນວັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ໂອກາດບຸນປີໃໝ່ປະຈຳຊາດປີມະເມຍ ອີກດ້ວຍ.”