• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ

ໃນຈຸດເວລາອັນສັກສິດໃນວັນບູຊາເຈົ້າຊີວິດຮຸ່ງ, ປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບລ້ານຄົນ ກໍອວ່າຍໜ້າເມື່ອຫາ ວິຫານຮຸ່ງ ດ້ວຍນ້ຳໃຈເຄົາລົບນັບຖືເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງ, ບັນພະບຸລຸດທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ການນຳພັກ, ລັດ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳພາຄະນະການນຳພັກ, ລັດ, ບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ, ບັນດາແຂວງ, ນະຄອນ, ແຂວງ ຝຸທໍ້ ພ້ອມດ້ວຍປະຊາຊົນ, ເຂົ້າຮ່ວມພິທີຈູດທູບໃຕ້ທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຢູ່ ຫໍບູຊາ ກິງທຽນ ຕັ້ງຢູ່ຈອມພູ ເຫງຍຫຼິງ, ເຊິ່ງນອນໃນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານຮຸ່ງ ຢູ່ນະຄອນ ຫວຽດຈີ່, ແຂວງ ຝຸທໍ້.

ໃນຈຸດເວລາອັນສັກສິດໃນວັນບູຊາເຈົ້າຊີວິດຮຸ່ງ, ປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບລ້ານຄົນ ກໍອວ່າຍໜ້າເມື່ອຫາ ວິຫານຮຸ່ງ ດ້ວຍນ້ຳໃຈເຄົາລົບນັບຖືເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງ, ບັນພະບຸລຸດທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ງານບຸນຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ແມ່ນການເຄື່ອນໄຫວສຳຄັນອັນຕົ້ນຕໍໃນລະບົບບັນດາເຫດການຂອງວັນບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນແຫ່ງກົກເຄົ້າເຫງົ້າກໍ່ ປີມະໂລງ 2024 ແນໃສ່ເຊີດຊູມູນເຊື້ອຮັກຊາດ ປຸກລຸກຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ແລະ ກຳລັງແຮງແຫ່ງ ມະຫາສາມັກຄີທົ່ວປວງຊົນທັງຊາດ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top