• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ຟຸ່ງທຽນຈຸ ປະທານກຸ່ມບໍລິສັດ ທຽນຂຸງ (ພາບ: VGP/Nhật Bắc)

ທີ່ການຕ້ອນຮັບທ່ານ ຟຸ່ງທຽນຈຸ ປະທານກຸ່ມບໍລິສັດ ທຽນຂຸງ (ຈີນ) ໃນຕອນບ່າຍວັນທີ 30 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ; ພ້ອມທັງປາດຖະໜາວ່າ ທຽນຂຸງ ຈະເປີດກວ້າງການລົງທຶນລົງເລິກ, ຜະລິດວັດຖຸດິບໃຫ້ແກ່ ຫວຽດນາມ; ຈັດບັນດາລາຍການສະແດງແຟຊັນ; ເປີດກວ້າງເຂດອຸດສາຫະກຳ ຫາຍຮ່າ (ກວາງນິງ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງດີງາມ ແລະ ຢັ້ງຢືນວ່າ ຈະສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອໃຫ້ ທຽນຂຸງ ລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນການລົງທຶນລົງເລິກ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ການຜະລິດສີຂຽວ.

        ທ່ານ ຟຸ່ງທຽນຈຸ ປະທານກຸ່ມບໍລິສັດ ທຽນຂຸງ ໃຫ້ຮູ້ວ່າ ທຽນຂຸງ ມີຄວາມສົນໃຈລົງທຶນຢູ່ ຫວຽດນາມ ໃນຂົງເຂດພັດທະນາດີຈີຕອນ, ພັດທະນາສີຂຽວ, ພັດທະນາພະລັງງານ, ປັນຍາປະດິດ (AI), ຕຳແຜ່ນຕັດຫຍິບ, ການລົງທຶນເຂດອຸດສາຫະກຳຜ່ານຊາຍແດນ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ສືບຕໍ່ສະໜອງເພື່ອໃຫ້ Texhong ເຄື່ອນໄຫວຍາວນານ, ມີປະສິດທິຜົນ ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top