• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຖວ​ໜ້າ​ ຈີນ

ຕອນຄ່ຳວັນທີ 09 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ວິສາຫະກິດເອກະຊົນໃຫຍ່ຂອງ ຈີນ ໃນຂົງເຂດການລົງທຶນ, ກໍ່ສ້າງ, ບໍລິຫານ ແລະ ຄຸ້ມຄອງພື້ນຖານໂຄງລ່າງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ

ທ່ານນາຍົກລັດຖະມົນຕີ ຕີລາຄາສູງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ ໄລຍະຜ່ານມາ ໄດ້ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງສຳຄັນຢູ່ ຮ່າໂນ້ຍ ດ້ວຍບົດບາດເປັນຜູ້ຮັບເໝົາ ແລະ ຊົມເຊີຍຂໍ້ລິເລີ່ມຂອງກຸ່ມບໍລິສັດຕໍ່ກັບການເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ສະເໜີກຸ່ມບໍລິສັດຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງແໜ້ນແຟ້ນດ້ວຍບັນດາກິດຈະກຳ, ຜະລິດຕະພັນລະອຽດ, ດີເດັ່ນຕິດພັນກັບການຖ່າຍທອດເຕັກໂນໂລຢີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ.

        ສ່ວນທ່ານ ແຢນຈ້ຽວເຂືອ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາຊີຟິກ ໄດ້ຮັບເໝົາ ແລະ ພວມຜັນຂະຫຍາຍ 3 ໂຄງການໃຫຍ່ຢູ່ ຮ່າໂນ້ຍ; ພ້ອມທັງສະແດງຄວາມປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່, ສືບຕໍ່ຮ່ວມມືຍາວນານຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top