• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ດ້ວຍ​ຈຳ​ນວນ​ເງິນກວ່າ 700 ລ້ານ USD ໃຫ້​ແກ່ ຊີ​ຣີ

ສະຫະພາບເອີຣົບ (EU) ຈະຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ດ້ວຍຈຳນວນເງິນປະມານ 620 ລ້ານ ເອີໂຣ (722 ລ້ານ USD) ໃນໄລຍະ 2026 – 2027, ໜູນຊ່ວຍປະເທດຕາເວັນອອກກາງນີ້ສ້າງສາຄືນໃໝ່ ພາຍຫຼັງເກີດສົງຄາມພາຍໃນຕະຫຼອດໄລຍະກວ່າ 1 ທົດສະວັດ.
ທ່ານນາງ Ursula von der Leyen ປະທານ ຄະນະກຳມະການ ເອີຣົບ (ພາບ: REUTERS/Stephanie Lecocq/File Photo)

ວັນທີ 09 ມັງກອນ, ທ່ານນາງ Ursula von der Leyen ປະທານ ຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ຈະຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ດ້ວຍຈຳນວນເງິນປະມານ 620 ລ້ານ ເອີໂຣ (722 ລ້ານ USD) ໃນໄລຍະ 2026 – 2027, ໜູນຊ່ວຍປະເທດຕາເວັນອອກກາງນີ້ສ້າງສາຄືນໃໝ່ ພາຍຫຼັງເກີດສົງຄາມພາຍໃນຕະຫຼອດໄລຍະກວ່າ 1 ທົດສະວັດ. ເມື່ອກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ Ahmed al-Sharaa ປະທານາທິບໍດີ ຊີຣີ ຢູ່ Damascus, ທ່ານນາງ Ursula von der Leyen ເນັ້ນໜັກວ່າ ຄວາມຕ້ອງການຟື້ນຟູ ແລະ ສ້າງສາປະເທດຄືນໃໝ່ຂອງ ຊີຣີ ແມ່ນໃຫຍ່ຫຼວງທີ່ສຸດ. ທ່ານນາງກໍໃຫ້ຮູ້ວ່າ EU ປາດຖະໜາຈະເລີ່ມດຳເນີນການເຈລະຈາ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງຮ່ວມມືກັບ ຊີຣີ ແລະ ສ້າງຂອບເຂດຄູ່ຮ່ວມມືດ້ານການເມືອງໃໝ່, ລວມມີການພົບປະຂັ້ນສູງ ເຊິ່ງຄາດວ່າຈະດຳເນີນໃນຊຸມເດືອນຕົ້ນປີ 2026.

        ທ່ານນາງ Ursula von der Leyen ພວມມີການປະຕິບັດງານຢູ່ຕາເວັນອອກກາງ ພ້ອມກັບທ່ານ Antonio Costa ປະທານສະພາເອີຣົບ. ນີ້ແມ່ນການຢ້ຽມຢາມ ຊີຣີ ຂັ້ນສູງສຸດ ຂອງ EU ນັບແຕ່ເມື່ອການນຳ Bashar al-Assad ຖືກໂຄ່ນລົ້ມເມື່ອເດືອນ ທັນວາ 2024.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top