• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ໜັງ ຮຽກ​ຮ້ອງ​ສົ່ງ​ເສີມ​ການ​ລົງ​ທຶນ​ປີ 2026

ໃນກອງປະຊຸມ, ນະຄອນ ດ່າໜັງ ແນະນຳກຳນົດທິດວາງແຜນຜັງ, ພັດທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ; ລະດົມການລົງທຶນເຂົ້າຫຼາຍຂົງເຂດຈຸດສຸມ, ມີທ່າໄດ້ປຽບແກ້ງແຍ້ງສູງກວ່າ.
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 09 ມັງກອນ, ຢູ່ນະຄອນ ດ່າໜັງ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນປີ 2026. ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງ, ຂະແໜງການຂອງສູນກາງ, ການນຳນະຄອນ ດ່າໜັງ, ຜູ້ຕາງໜ້າບັນດາອົງການທຸຕານຸທູດ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດນັກລົງທຶນຢູ່ພາຍໃນ ແລະ ສາກົນ ກວ່າ 500 ແຫ່ງ. ກອງປະຊຸມກໍໄດ້ເຊື່ອມຕໍ່ແບບທາງໄກກັບຜູ້ແທນກວ່າ 300 ທ່ານທີ່ເປັນການນຳບັນດາຕາແສງ, ເທດສະບານ, ເຂດພິເສດ ແລະ ນັກລົງທຶນຜູ້ມີຄວາມສົນໃຈ.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເນັ້ນໜັກວ່າ:

        “ດ້ວຍຈິດໃຈລັດຖະບານສ້າງສາ ແລະ ຮ່ວມເດີນທາງ, ລັດຖະບານໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ປົວແປງສະພາບແວດລ້ອມລົງທຶນດໍາເນີນທຸລະກິດຮັບປະກັນລັກສະນະຈະແຈ້ງ, ເປີດເຜີຍ, ຍຸຕິທຳໃຫ້ແກ່ທຸກພາກສ່ວນເສດຖະກິດ; ສຸມໃສ່ລົງທຶນພື້ນຖານໂຄງລ່າງຍຸດທະສາດ, ພິເສດແມ່ນບັນດາເສັ້ນທາງຄວາມໄວສູງເຊື່ອມຕໍ່ເຂດ, ທ່າກ່ຳປັ່ນທະເລ, ເດີ່ນບິນ, ພື້ນຖານໂຄງລ່າງດີຈີຕອນ; ໝູນໃຊ້ກົນໄກນະໂຍບາຍພິເສດຢ່າງມີປະສິດທິຜົນ. ທັງໝົດເພື່ອໃຫ້ນະຄອນ ດ່າໜັງ ສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ; ສົ່ງເສີມນະວັດຕະກຳ, ຫັນເປັນດີຈີຕອນ ແລະ ພັດທະນາສີຂຽວ.”.

        ໃນກອງປະຊຸມ, ນະຄອນ ດ່າໜັງ ແນະນຳກຳນົດທິດວາງແຜນຜັງ, ພັດທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ; ລະດົມການລົງທຶນເຂົ້າຫຼາຍຂົງເຂດຈຸດສຸມ, ມີທ່າໄດ້ປຽບແກ້ງແຍ້ງສູງກວ່າ.  

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top