• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກັບ​ມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ເອີ​ຣົບ

ຕອນບ່າຍວັນທີ 6 ພະຈິກ 2021, ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມກອງປະຊຸມ COP26.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ (ພາບ: TTXVN)

ຕອນບ່າຍວັນທີ 6 ພະຈິກ 2021, ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ເຂົ້າຮ່ວມການເຮັດວຽກຢູ່ ລາຊະອານາຈັກ ອັງກິດ ແລະ ຢ້ຽມຢາມ ສາທາລະນະລັດ ຝລັ່ງ ນັບແຕ່ວັນທີ 31 ຕຸລາ ຫາວັນທີ 5 ພະຈິກ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex.

        ພາຍຫຼັງທີ່ເຮືອບິນລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ເປັນປະທານ, ສົມທົບກັບກະຊວງສາທາລະນະສຸກ, ແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງ ພິທີມອບ - ຮັບ ອຸປະກອນການແພດ, ເງິນຊ່ວຍເຫຼືອການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  ເຊິ່ງບັນດາສ່ວນບຸກຄົນ, ອົງການຈັດຕັ້ງ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມອບໃຫ້ ຫວຽດນາມ ໃນການເດີນທາງໄປປະຕິບັດງານຢູ່ ເອີຣົບ ຂອງຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ. ການຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top