• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ສົ່ງ​ໂທລະເລກທາງການກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ໂທລະເລກທາງການ ໄດ້ສົ່ງໄປຍັງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງໄດ້ຊີ້ແຈ້ງວ່າ: ສະພາບໂລກລະບາດໃນໂລກພວມມີການຜັນແປຢ່າງຮ້າຍແຮງທີ່ສຸດ. ຫວຽດນາມຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກຢ່າງເຂັ້ມງວດ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: nld.com.vn)

ຕອນຄ່ຳວັນທີ 27 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນ ປະກາດໃຊ້ ໂທລະເລກທາງການ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນ ໄດ້ຮຽກຮ້ອງໃຫ້ ຕາມຫາຜູ້ສຳຜັດກັບ ຜູ້ຕິດເຊື້ອພະຍາດໂຄວິດ - 19 ເລກທີ 1440ໂດຍໄວ, ຄວບຄຸມ ຜູ້ເຂົ້າເມືອງ ຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ ຊຸມຊົນ.

        ໂທລະເລກທາງການ ໄດ້ສົ່ງໄປຍັງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງໄດ້ຊີ້ແຈ້ງວ່າ: ສະພາບໂລກລະບາດໃນໂລກພວມມີການຜັນແປຢ່າງຮ້າຍແຮງທີ່ສຸດ. ຫວຽດນາມຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກຢ່າງເຂັ້ມງວດ. ເພີ່ມທະວີການກວດກາ, ແກ້ໄຂບັນດາກໍລະນີລະເມີດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນກໍລະນີຜູ້ຕິດເຊື້ອພະຍາດ ເລກທີ 1440 ຢູ່ວິງລອງ ຢ່າງເຂັ້ມງວດ. ປະຊາຊົນ ຫວຽດນາມ ທຸກຄົນຕ້ອງສະແດງສະຕິ, ຈິດໃຈຄວາມຮັບຜິດຊອບ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຕາມ ການສະເໜີແນະຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ ເພື່ອຕ້ອນຮັບບຸນເຕັດປີຄວາຍ 2021 ຢ່າງເບີດບານມ່ວນຊື່ນ, ປອດໄສ, ມີຄວາມປອດໄພ, ປະກອບສ່ວນເຂົ້າໃນຜົນງານຂອງບັນດາເຫດການໃຫຍ່ຫຼວງຂອງປະເທດຊາດໃນປີ 2021.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top