• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ຮຽກ​ຮ້ອງ​ນະ​​ຄອນຫຼວງ ຮ່າ​ໂນ້ຍ ​ປະ​ຕິ​ບັດສຳ​ເລັດ​ເປົ້າ​ໝາຍ​ແຜນການ​ປີ 2020

ໃນຕອນເຊົ້າວັນທີ 20 ເມສາ ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີ ນະຄອນຫຼວງ ຮ່າໂນ້ຍ ຈົ່ງມານະພະຍາຍາມເຮັດສຳເລັດບັນດາເປົ້າໝາຍແຜນການຂອງປີນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: chinhphu.vn

ເນື້ອໃນຈິດໃຈຊຶ່ງທ່ານນາຍົກລັດຖະມົນຕີວາງອອກສຳລັບນະຄອນຫຼວງ ຮ່າໂນ້ຍ ແມ່ນ ຂ້ຽວຂາດ, ຄົບຊຸດກ່າວອີກ, ແກ້ໄຂລຸລ່ວງບັນດາຂໍ້ຕິດຂັດເພື່ອພັດທະນາ. ໃນສະພາບການໂລກລະບາດ Covid-19 ສົ່ງຜົນກະທົບຢ່າງຮ້າຍແຮງເຖິງໂລກ, ທົ່ວປະເທດ ແລະ ນະຄອນຫຼວງ ຮ່າໂນ້ຍນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຍົກບາງຄຳຮຽກຮ້ອງສຳລັບນະຄອນຫຼວງຮ່າໂນ້ຍນັບແຕ່ນີ້ຮອດທ້າຍປີ. ກ່ອນອື່ນໝົດ, ນະຄອນຫຼວງ ຮ່າໂນ້ຍ ຕ້ອງເປັນແບບຢ່າງ ແລະ ບັນລຸ ໝາກຜົນດີທີ່ສຸດໃນການປະຕິບັດວຽກງານປ້ອງກັນ, ສະກັດກັັ້ນໂລກລະບາດ Covid-19. ຄຽງຄູ່ກັບໜ້າທີ່ປ້ອງກັນສະກັດກັັ້ນໂລກລະບາດ Covid-19, ປີນີ້ ຮ່າໂນ້ຍຕ້ອງພະຍາຍາມເຮັດສຳເລັດບັນດາເປົ້າໝາຍພື້ນຖານຕາມແຜນການທີ່ໄດ້ວາງອອກນັບແຕ່ຕົ້ນປີ, ລວມມີການເຕີບໂຕ, ແກ້ໄຂວຽກເຮັດງານທຳ, ລາຍຮັບງົບປະມານ, ປະກອບສ່ວນເຂົ້າໃນບັນດາເປົ້າໝາຍທົ່ວປະເທດໃນປີນີ້. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງ ຮ່າໂນ້ຍປະຕິບັດໜ້າທີ່ດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ເປັນຢ່າງດີ, ສ້າງຂີດໝາຍຢ່າງແຮງສຳລັບທົ່ວປະເທດໃນວິວັດການມຸ່ງໄປເຖິງກອງປະຊຸມໃຫຍ່ ທົ່ວປະເທດຄັ້ງທີ XIII ຂອງພັກ. ກ່າວຄຳເຫັນທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

ຮ່າໂນ້ຍຕ້ອງມານະພະຍາຍາມປະຕິບັດສຳເລັດບັນດາເປົ້າໝາຍພື້ນຖານ, ສຳຄັນ ຂອງ ແຜນການປີ 2020 ຄືການເຕີບໂຕ, ບັນຫາວຽກເຮັດງານທຳ, ເກັບງົບປະມານ, ປະກອບສ່ວນສຳຄັນໃຫ້ແກ່ທົ່ວປະເທດໃນການປະຕິບັດສຳເລັດໜ້າທີ່ປີ 2020 ໃນສະພາບການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. 

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top