ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດເປັນປະທານກອງປະຊຸມ (ພາບ: VGP)
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີຖືວ່າ ຮ່າງກົດໝາຍຕ້ອງສ້າງກອບນິຕິກຳທີ່ບໍ່ແຂງກະດ້າງເກີນໄປເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນຢາເສບຕິດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຮ່າງກົດໝາຍໄດ້ເນັ້ນໜັກເຖິງການຮ່ວມມືສາກົນໃນການປ້ອງກັນ, ຕ້ານຢາເສບຕິດແມ່ນຈຳເປັນ ແລະ ໃນໄລຍະທີ່ຜ່ານມາ ຫວຽດນາມໄດ້ປະຕິບັດວຽກງານນີ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)