• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດຖະ​ມົນ​ຕີຈະ​ເປັນ​ປະ​ທານກອງ​ປະ​ຊຸມ ລະ​ຫວ່າງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກັບ​ວິ​ສາ​ຫະ​ກິດ

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມກັບການນຳບັນດາກະຊວງ, ຂະແໜງການເພື່ອກະກຽມໃຫ້ແກ່ກອງປະຊຸມຂອງນາຍົກລັດຖະມົນຕີ ກັບວິສາຫະກິດເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ເລີ່ມດຳເນີນການເຄື່ອນໄຫວເສດຖະກິດຄືນໃໝ່.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ກອງປະຊຸມຄາດວ່າຈະໄດ້ຮັບການຈັດຕັ້ງໃນວັນທີ 19 ພຶດສະພາຕາມຮູບການທາງອອນລາຍ, ໂດຍມີການເຂົ້າຮ່ວມຂອງນັກທຸລະກິດ 900.000 ຄົນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າກອງປະຊຸມແມ່ນກາລະໂອກາດເພື່ອຍົກອອກບັນດາມາດຕະການໜູນຊ່ວຍວິສາຫະກິດຊຸກຍູ້ການຜະລິດດຳເນີນທຸລະກິດ, ສົ່ງອອກ, ທ່ານກ່າວວ່າ:

        “ຂ້າພະເຈົ້າສະເໜີວ່າ ເຖິງວ່າປະສົບຄວາມຫຍຸງຍາກກໍ່ຕາມ ບັນດາກະຊວງກໍ່ຕ້ອງປະຕິບັດ, ບັນດາທ້ອງຖິ່ນຕ້ອງແກ້ໄຂໂດຍກົງໃຫ້ແກ່ວິສາຫະກິດ. ເນື້ອໃນຈິດໃຈປະຕິຮູບປ່ຽນແປງໃໝ່, ຊຸກຍູ້ການພັດທະນາໃນເວລາປະສົບກັບຄວາມຫຍຸ້ງຍາກ. ມີເນື້ອໃນຈິດໃຈກ້າຄິດ, ກ້າທຳ, ມີຄວາມຮັບຜິດຊອບ, ຈິດໃຈປ່ຽນແປງໃໝ່, ປັບປຸງໂຄງປະກອບໃນການພັດທະນາ. ມີເນື້ອໃນຈິດໃຈທີ່ອີງໃສ່ຕະຫຼາດທີ່ກ້ວາງໃຫຍ່ດ້ວຍຈຳນວນປະຊາກອນ 100 ລ້ານຄົນ ແລະ ຍູ້ແຮງການສົ່ງອອກ”.

(ແຫຼ່ງຄັດຈາກ VOV)

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU).

Top