• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍ​ົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ​ ຫງ​ວຽນ​ຊວັນ​ຟຸກ ໄປ​​ຮອດ Oslo, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ນອກ​ແວ​ຢ່າງ​ເປັນ​ທາງ​ການ

ໃນຕອນຄ່ຳວັນທີ 23 ພຶດສະພາ(ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ນະຄອນຫຼວງ ມົດສະກູ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ.

ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ນອກແວ Marianne Hagen ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: TTXVN) 

ຕອນຄ່ຳວັນທີ 23 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ໄປເຖິງສະໜາມບິນ  Gardermoen, Olso, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກນອກແວຢ່າງເປັນທາງການໃນລະຫວ່າງວັນທີ 24 – 26 ພຶດສະພາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນອກແວ Erna Solberg.

        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 23 ພຶດສະພາ(ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ນະຄອນຫຼວງ ມົດສະກູ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top