• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​​ເນັ້ນໜັກວ່າ ສຸຂະພາບ​ ​ແລະ ຊີວິດ​ຂອງ​ປະຊາຊົນ​ແມ່ນ​ສໍາຄັນ​ທີ່​ສຸດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຍົກສູງໜ້າທີ່ຄວາມຮັບຜິດຊອບ, ຖືໜ້າທີ່ຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ ແມ່ນໜ້າທີ່ສໍາຄັນທີີ່ສຸດ, ບໍ່ປະໃຫ້ໂລກລະບາດດັ່ງກ່າວລະບາດຢ່າງສັບສົນຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN )

ຕໍ່ໜ້າສະພາບການອັນສັບສົນຂອງໂລກລະບາດອັກເສບປອດ ຍ້ອນເຊື້ອໄວຣັດສາຍພັນ ໂຄໂຣນາ ກໍ່ຂຶ້ນຢູ່ຈີນ ແລະ ໃນໂລກ ເຊິ່່ງພວມມີຄວາມສ່ຽງສົ່ງຜົນສະທ້ອນໂດຍກົງເຖິງຫວຽດນາມ, ຕອນບ່າຍວັນທີ 27 ມັງກອນ, ກົງກັບວັນທີ 3 ບຸນເຕັດປີຊວດ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນຂອງລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດດັ່່ງກ່າວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຍົກສູງໜ້າທີ່ຄວາມຮັບຜິດຊອບ, ຖືໜ້າທີ່ຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ ແມ່ນໜ້າທີ່ສໍາຄັນທີີ່ສຸດ, ບໍ່ປະໃຫ້ໂລກລະບາດດັ່ງກ່າວລະບາດຢ່າງສັບສົນຢູ່ຫວຽດນາມ.

        ຕາມບົດລາຍງານຂອງກະຊວງສາທາລະນະສຸກ ທີ່ໄດ້ຍົກອອກມາໃນກອງປະຊຸມແລ້ວ, ປັດຈຸບັນ, ຢູ່ຫວຽດນາມມີ 38 ກໍລະນີ ກໍາລັງໄດ້ຮັບການຕິດຕາມເປັນພິເສດ, ໃນນັ້ນ ມີ 2 ກໍລະນີ ແມ່ນຄົນ ຈີີນ ເຊິ່ງຜົນກວດກາໃນເບື້ອງຕົ້ນໃຫ້ຮູ້ວ່າ ແມ່ນຕິດພະຍາດອັກເສບປອດ ຍ້ອນເຊື້ອໄວຣັດສາຍພັນ ໂຄໂຣນາ ກໍ່ຂຶ້ນ.

        ປັດຈຸບັນ, ນັບແຕ່ສູນສາທາລະນະສຸກສາທາລະນະຂອງກະຊວງສາທາລະນະສຸກຫວຽດນາມ, ຮາກຖານສາທາລະນະສຸກ ຕະຫຼອດຮອດ ທ້ອງຖິ່ນແຫ່ງຕ່າງໆຂອງຫວຽດນາມ ກໍ່ໄດ້ກຽມພ້ອມເພື່ອກັບມືກັບໂລກລະບາດດັ່ງກ່າວ.

        ແລະ ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບສະພາບການຂອງໂລກລະບາດດັ່ງກ່າວເຖິງທ່ານນາຍົກລັດຖະມົນຕີ ຈີີນ ຫຼີເຄີສຽນ ເຊັ່ນດຽວກັນ. 

 (ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top