• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ນັກ​ຮົບ​ປະ​ຕິ​ວັດ​ຍິງ ຖືກ​ສັດ​ຕູ​ຈັບ​ໃນ​ສະ​ໄໝ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ

ເພື່ອຮັບມືກັບການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງໂລກ ແລະ ພາກພື້ນ, ພ້ອມທັງກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງຢ່າງແທ້ຈິງ, ຮຽກຮ້ອງໃຫ້ພະນັກງງານ, ສະມາຊິກພັກແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມທາດແທ້ຄຸນສົມບັດ, ກຳລັງຄວາມສາມາດ, ຄຸນທາດ ຄືດັ່ງນັກຮົບປະຕິວັດໃນເມື່ອກ່ອນ
  ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນເຂົ້າຮ່ວມການພົບປະກັບນັກຮົບປະຕິວັດຍິງ ຖືກສັດຕູຈັບໃນສະໄໝຕໍ່ສູ້ຕ້ານອາເມລິກາ  

ຕອນເຊົ້າວັນທີ 21 ກໍລະກົດ, ກ່າວຄຳເຫັນທີ່ການພົບປະກັບນັກຮົບປະຕິວັດຍິງ ຖືກສັດຕູຈັບເຂົ້າຄຸກໃນສະໄໝຕໍ່ສູ້ຕ້ານອາເມລິກາ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022) ຢູ່ນະຄອນໂຮ່ຈີມິນ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເນັ້ນໜັກວ່າ ພາລະກິດປະຕິວັດຂອງປະເທດຊາດໃນປັດຈຸບັນເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍ. ເພື່ອຮັບມືກັບການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງໂລກ ແລະ ພາກພື້ນ, ພ້ອມທັງກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງຢ່າງແທ້ຈິງ, ຮຽກຮ້ອງໃຫ້ພະນັກງງານ, ສະມາຊິກພັກແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມທາດແທ້ຄຸນສົມບັດ, ກຳລັງຄວາມສາມາດ, ຄຸນທາດ ຄືດັ່ງນັກຮົບປະຕິວັດໃນເມື່ອກ່ອນ, ເສີມຂະຫຍາຍລັດທິວິລະຊົນປະຕິວັດໃນພາລະກິດປ່ຽນແປງໃໝ່, ນຳປະເທດກ້າວຂຶ້ນ, ພັດທະນາໄວ ແລະ ຍືນຍົງ, ເທົ່າທຽມກັບບັນດາປະເທດມະຫາອຳນາດ ໃນຫ້າທະວີບຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ ແລະ ຄວາມຄາດຫວັງຂອງທົ່ວປວງຊົນທັງຊາດ. ທ່ານນາງ ຫວໍທິແອັງຊວັນເນັ້ນໜັກວ່າ:

ຫວັງວ່າ, ພວກແມ່, ພວກອາ, ພວກເອື້ອຍຈະສືບຕໍ່ເປັນແບບຢ່າງໄສແຈ້ງ, ເປັນແຮງບັນດານໃຈໃຫ້ລຸ້ນໜຸ່ມ, ໂດຍສະເພາະແມ່ນລຸ້ນແມ່ຍິງໃນປັດຈຸບັນ ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ, ອຸທິດຕົນໃຫ້ສົມກັບລຸ້ນເອື້ອຍ. ຂ້າພະເຈົ້າຫວັງວ່າ, ສະຫະພັນແມ່ຍິ່ງທຸກຂັ້ນ, ທຸກລຸ້ນຂອງຫວຽດນາມ ຈະສືບຕໍ່ສືບທອດມູນເຊື້ອ “ວິລະຊົນ, ບໍ່ຍອມຈຳນົນ, ສັດຊື່ບໍລິສຸດ, ເຮັດຫຼ້ອນໜ້າທີ່” ຂອງຄົນລຸ້ນເອື້ອຍ, ສາມັກຄີ, ປ່ຽນແປງໃໝ່, ຂະຫຍັນຂັນແຂງ, ປະດິດຄິດສ້າງ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດໜ້າທີ່ທາງການເມືອງເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top