• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ ພະ​ນັກ​ງານ, ນັກ​ຮົບ ເຫຼົ່າ​ທັບ​ເຮືອ

ຕອນບ່າຍວັນທີ 20 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ພະນັກງານ, ນັກຮົບເຫຼົ່າທັບເຮືອ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກວດແຖວທະຫານກອງກຽດຕິຍົດ (ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ເຫຼົ່າທັບເຮືອ ຈົ່ງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນການຝຶກແອບ, ຍົກສູງຄວາມຮູ້ໃນການຈັດຕັ້ງການປະສົມປະສານ, ການບັນຊາ ແລະ ຄວາມສາມາດສູ້ຮົບແບບປະສົມປະສານຂອງເຫຼົ່າຮົບເຮືອ, ສູ້ຮົບຢູ່ໄກຝັ່ງ, ສູ້ຮົບໃນເງື່ອນໄຂສົງຄາມນຳໃຊ້ເຕັກໂນໂລຊີສູງ, ເອົາໃຈໃສ່ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ ຂອງກອງທັບເຮືອ ເພື່ອແນໃສ່ສ້າງເຫຼົ່າຮົບເຮືອໃຫ້ທັນສະໄໝ; ຕັດສິນໃຈເດັດດ່ຽວ, ຢຶດໝັ້ນ ແກ້ໄຂກໍລະນີທີ່ເກີດຂຶ້ນແຕ່ຫົວທີ, ແຕ່ທາງໄກຢ່າງມີໄຫວພິບ ແລະ ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງຫວຽດນາມໄວ້ໃຫ້ໝັ້ນຄົງ ແລະ ສ້າງເຂດທະເລໃຫ້ເປັນເຂດທີ່ມີສັນຕິພາບ, ສະຖຽນລະພາບ. ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຍັງຊີ້ແຈ້ງວ່າ ເຫຼົ່າຮົບເຮືອ ຕ້ອງປະຕິບັດບົດບາດສຳຄັນຫຼັກແຫຼ່ງ ໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ສ້າງເຂດເສດຖະກິດ-ປ້ອງກັນຊາດຢູ່ທະເລ; ປະຕິບັດວຽກງານແນະນຳ, ໜູນຊ່ວຍ, ໃຫ້ການຊ່ວຍເຫຼືອ ແລະ ປົກປ້ອງຊາວປະມົງທີ່ທຳມາຫາກິນ ແລະ ດຳລົງຊີວິດຢູ່ທະເລໃຫ້ດີກວ່ານີ້ຕື່ມອີກ, ປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ,… ພ້ອມກັນນັ້ນ ກໍ່ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາດ ກັບກອງທັບເຮືອບັນດາປະເທດໃນໂລກ ເພື່ອແນໃສ່ຍົກສູງຖານະບົດບາດ, ທີ່ຕັ້ງຂອງກອງທັບເຮືອປະຊາຊົນຫວຽດນາມຢູ່ເວທີສາກົນ.
(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top