ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ ພະ​ນັກ​ງານ, ນັກ​ຮົບ ເຫຼົ່າ​ທັບ​ເຮືອ

ຕອນບ່າຍວັນທີ 20 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ພະນັກງານ, ນັກຮົບເຫຼົ່າທັບເຮືອ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກວດແຖວທະຫານກອງກຽດຕິຍົດ (ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ເຫຼົ່າທັບເຮືອ ຈົ່ງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນການຝຶກແອບ, ຍົກສູງຄວາມຮູ້ໃນການຈັດຕັ້ງການປະສົມປະສານ, ການບັນຊາ ແລະ ຄວາມສາມາດສູ້ຮົບແບບປະສົມປະສານຂອງເຫຼົ່າຮົບເຮືອ, ສູ້ຮົບຢູ່ໄກຝັ່ງ, ສູ້ຮົບໃນເງື່ອນໄຂສົງຄາມນຳໃຊ້ເຕັກໂນໂລຊີສູງ, ເອົາໃຈໃສ່ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ ຂອງກອງທັບເຮືອ ເພື່ອແນໃສ່ສ້າງເຫຼົ່າຮົບເຮືອໃຫ້ທັນສະໄໝ; ຕັດສິນໃຈເດັດດ່ຽວ, ຢຶດໝັ້ນ ແກ້ໄຂກໍລະນີທີ່ເກີດຂຶ້ນແຕ່ຫົວທີ, ແຕ່ທາງໄກຢ່າງມີໄຫວພິບ ແລະ ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງຫວຽດນາມໄວ້ໃຫ້ໝັ້ນຄົງ ແລະ ສ້າງເຂດທະເລໃຫ້ເປັນເຂດທີ່ມີສັນຕິພາບ, ສະຖຽນລະພາບ. ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຍັງຊີ້ແຈ້ງວ່າ ເຫຼົ່າຮົບເຮືອ ຕ້ອງປະຕິບັດບົດບາດສຳຄັນຫຼັກແຫຼ່ງ ໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ສ້າງເຂດເສດຖະກິດ-ປ້ອງກັນຊາດຢູ່ທະເລ; ປະຕິບັດວຽກງານແນະນຳ, ໜູນຊ່ວຍ, ໃຫ້ການຊ່ວຍເຫຼືອ ແລະ ປົກປ້ອງຊາວປະມົງທີ່ທຳມາຫາກິນ ແລະ ດຳລົງຊີວິດຢູ່ທະເລໃຫ້ດີກວ່ານີ້ຕື່ມອີກ, ປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ,… ພ້ອມກັນນັ້ນ ກໍ່ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາດ ກັບກອງທັບເຮືອບັນດາປະເທດໃນໂລກ ເພື່ອແນໃສ່ຍົກສູງຖານະບົດບາດ, ທີ່ຕັ້ງຂອງກອງທັບເຮືອປະຊາຊົນຫວຽດນາມຢູ່ເວທີສາກົນ.
(ແຫຼ່ງຄັດຈາກ VOV)

top