• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະທານ​ສ​ະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງວັນ​ສ້າງຕັ້ງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຊົນລະປະທານ ຫວຽດນາມ ຄົບຮອບ 60 ປີ

ສະຖາບັນ ຕ້ອງຕັ້ງໜ້າພັດທະນາບັນດາສາຍພົວພັນຮ່ວມມືຄົ້ນຄວ້າ ກັບບັນດາຮາກຖານຄົ້ນຄວ້າວິທະຍາສາດຂອງຂະແໜງກະສິກໍາ; ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບການຄົ້ນຄວ້າ, ຜັນຂະຫຍາຍ ແລະ ປະຕິບັດສໍາເລັດບັນດາໂຄງການປະດິດຄິດສ້າງເຕັກໂນໂລຢີ...

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນກ່າວຄໍາເຫັນຢູ່ພິທີ (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນວິທະຍາສາດຊົນລະປະທານ ຫວຽດນາມ ຄົບຮອບ 60 ປີ ເຊິ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 3 ທັນວາ ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ ສະຖາບັນວິທະຍາສາດຊົນລະປະທານ ຫວຽດນາມ ສຸມໃສ່ຄົ້ນຄວ້າ, ແກ້ໄຂບັນດາບັນຫາພວມປະເຊີນໜ້າໃນສະພາບການປ່ຽນແປງຂອງດິນຟ້າອາກາດມີການຜັນແປຢ່າງໄວວານັ້ນ ໃຫ້ເປັນຢ່າງດີ ເພື່ອສະໜອງບັນດາບົດວິພາກວິທະຍາສາດຢ່າງທັນການ ປະກອບສ່ວນຊ່ວຍການວາງແຜນກໍານົດນະໂຍບາຍ ກ່ຽວກັບຂະແໜງກະສິກໍາເວົ້າລວມ ແລະ ຊົນລະປະທານເວົ້າສະເພາະ; ຮັບປະກັນຄວາມປອດໄພແກ່ແຫຼ່ງຊັບພະຍາກອນນໍ້າແບບຍາວນານ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ.

        ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ກໍເນັ້ນໜັກວ່າ ສະຖາບັນ ຕ້ອງຕັ້ງໜ້າພັດທະນາບັນດາສາຍພົວພັນຮ່ວມມືຄົ້ນຄວ້າ ກັບບັນດາຮາກຖານຄົ້ນຄວ້າວິທະຍາສາດຂອງຂະແໜງກະສິກໍາ; ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບການຄົ້ນຄວ້າ, ຜັນຂະຫຍາຍ ແລະ ປະຕິບັດສໍາເລັດບັນດາໂຄງການປະດິດຄິດສ້າງເຕັກໂນໂລຢີ; ເພີ່ມທະວີການຮ່ວມມືກັບບັນດາຮາກຖານຄົ້ນຄວ້າ, ບໍາລຸງສ້າງຂອງບັນດາປະເທດໃນໂລກໃຫ້ມີປະສິດທິຜົນ;  ກຽມພ້ອມຮັບເອົາ ແລະ ເປັນເຈົ້າໃນການນໍາໃຊ້ ແລະ ຜະລິດເຕັກໂນໂລຢີໃໝ່, ກ້າວໜ້າ, ທັນສະໄໝ ເພື່ອນໍາສະຖາບັນກາຍເປັນສູນຄົ້ນຄວ້າວິທະຍາສາດຊົນລະປະທານມີຂອບຂະໜາດໃຫຍ່, ມີອິດທິພົນຊື່ສຽງເທື່ອລະກ້າວ ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ  ຫາກໃນລະດັບພາກພື້ນ ແລະ ໃນໂລກ ອີກດ້ວຍ.

        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍຕາງໜ້າການນໍາພັກ, ລັດ, ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ສະຖາບັນວິທະຍາສາດຊົນລະປະທານ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top