• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານໂຕເລີມລັດຖະມົນຕີກະຊວງຕຳຫລວດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳ ອາເມລິກາ

ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມອາເມລິກາ, ຕອນບ່ານວັນທີ 22 ເມສາ ຢູ່ ນະຄອນຫລວງ ວໍຊີງຕັນ, ທ່ານ ພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫລວດ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ອາເມລິກາ. 

ທ່ານໂຕເລີມລັດຖະມົນຕີກະຊວງຕຳຫລວດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳ ອາເມລິກາ
ນະທີ່ນີ້ ທ່ານລັດຖະມົນຕີ ໂຕເລີມ ສະເຫນີ ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ອາເມລິກາສືບຕໍ່ຫັນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາໃຫ້ເລິກເຊິ່ງຂຶ້ນຕື່ມ ສ້າງເງື່ອນໄຂເພື່ອຍົກສູງການພົວພັນລະຫວ່າງສອງປະເທດ, ສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນສອງປະເທດໃນບັນດາຂົງເຂດພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ ມາຍ​ຢິກ ແລະ ສຸ​ສານ ຮ່າງ​ເຢືອງ

ທ່ານ​ນາງ ບຸຍ​ຮ​ວ່ຽນ​ມາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ທາງ​ນະ​ຄອນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ຄົບ​ຊຸດ​ຄື: ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ລົງ​ຢ້ຽມ​ຢາມ​ຖາ​ມ​ຂ່າວ, ມອບ​ຂອງ​ຂວັນ; ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ...

Top