ຂ່າວສານ

ທ່ານໂຕເລີມລັດຖະມົນຕີກະຊວງຕຳຫລວດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳ ອາເມລິກາ

ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມອາເມລິກາ, ຕອນບ່ານວັນທີ 22 ເມສາ ຢູ່ ນະຄອນຫລວງ ວໍຊີງຕັນ, ທ່ານ ພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫລວດ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ອາເມລິກາ. 

ທ່ານໂຕເລີມລັດຖະມົນຕີກະຊວງຕຳຫລວດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳ ອາເມລິກາ
ນະທີ່ນີ້ ທ່ານລັດຖະມົນຕີ ໂຕເລີມ ສະເຫນີ ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ອາເມລິກາສືບຕໍ່ຫັນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາໃຫ້ເລິກເຊິ່ງຂຶ້ນຕື່ມ ສ້າງເງື່ອນໄຂເພື່ອຍົກສູງການພົວພັນລະຫວ່າງສອງປະເທດ, ສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນສອງປະເທດໃນບັນດາຂົງເຂດພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)

top