ຂ່າວສານ
ທ່ານເລຂາທິການ ຄະນະກຳມະການໂອລິມປິກ ອິນໂດເນເຊຍ ຕີລາຄາສູງຄວາມມານະພະຍາຍາມ ຂອງ ຫວຽດນາມ ຢູ່ SEA Games 31
ຄະນະນັກກິລາ ອິນໂດເນເຊຍ ຈະເດີນທາງໄປຍັງ ຫວຽດນາມ, ເຂົ້າຮ່ວມ Sea Games 31. ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ, ທ່ານ Ferry Kono, ເລຂາທິການໃຫຍ່ ຄະນະກຳມະການໂອລິມປິກ ອິນໂດເນເຊຍ, ຫົວໜ້າຄະນະນັກກິລາ ອິນໂດເນເຊຍ ໃຫ້ຮູ້ວ່າ: ຄະນະນັກກິລາ ອິນໂດເນເຊຍ ເຂົ້າຮ່ວມ SEA Games 31 ມີທັງໝົດ 499 ຄົນ ເຊິ່ງເຂົ້າຮ່ວມການແຂ່ງຂັນກິລາ 32 ປະເພດ. ບັນດານັກກິລາ ຕ້ອງຜ່ານການການຄັດເລືອກຢ່າງເຂັ້ມງວດ, ໂດຍອີງໃສ່ ຜົນງານໃນການແຂ່ງຂັນກິລາຂອງເຂົາເຈົ້າພ້ອມກັບຕ້ອງມີສຸຂະພາບແຂງແຮງ ເພື່ອຮັບປະກັນເປົ້າໝາຍ ອິນໂດເນເຊຍຈະຮັກສາຕຳແໜ່ງທີ 4 ໃນຕາຕະລາງການແຂ່ງຂັນ SEA Games ຄັ້ງນີ້. ທ່ານໃຫ້ຮູ້ວ່າ:
ເຖິງວ່າຍັງມີສິ່ງກີດຂວາງບາງຢ່າງໃນວິວັດການເຂົ້າຮ່ວມ ແຕ່ພວກຂ້າພະເຈົ້າ ຕີລາຄາສູງຄວາມມານະພະຍາຍາມຂອງລະບົບ ແລະ ລັດຖະບານ ຫວຽດນາມ ໃນວຽກງານກະກຽມ ແລະ ຍາມໃດກໍ່ຈະຮັກສາການຕິດຕໍ່ພົວພັນລະຫວ່າງສອງຄະນະກຳມະການ ໂອລິມປິກ ອິນໂດເນເຊຍ - ຫວຽດນາມ. ຕາງໜ້າໃຫ້ແກ່ອິນໂດເນເຊຍ, ພວກຂ້າພະເຈົ້າຂໍອວຍພອນໃຫ້ລັດຖະບານ ຫວຽດນາມ ແລະ ຄະນະກຳມະການໂອລິມປິກ ຫວຽດນາມ ຈັດຕັ້ງສຳເລັດ SEA Games 31 ປີ 2022 ຢ່າງສຳເລັດຜົນ. ພິທີໄຂຈະມີນັກກິລາ 30 ຄົນ ໂດຍຕາງໜ້າໃຫ້ຄະນະນັກກິລາ ອິນໂດເນເຊຍ ເຂົ້າຮ່ວມການສວນສະໜາມ ແລະ ຄະນະນັກກິລາ ອິນໂດເນເຊຍ ພ້ອມແລ້ວທີ່ຈະເຊື່ອມຕົວກັບງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນເຂົ້າໃນຜົນສຳເລັດຂອງ SEA Games 31.