ຂ່າວສານ

ທ່ານເລຂາທິການ ຄະນະກຳມະການໂອລິມປິກ ອິນໂດເນເຊຍ ຕີລາຄາສູງຄວາມມານະພະຍາຍາມ ຂອງ ຫວຽດນາມ ຢູ່ SEA Games 31

ທ່ານ Ferry Kono, ເລຂາທິການໃຫຍ່ ຄະນະກຳມະການໂອລິມປິກ ອິນໂດເນເຊຍ, ຫົວໜ້າຄະນະນັກກິລາ ອິນໂດເນເຊຍ ໃຫ້ຮູ້ວ່າ: ຄະນະນັກກິລາ ອິນໂດເນເຊຍ ເຂົ້າຮ່ວມ SEA Games 31 ມີທັງໝົດ 499 ຄົນ ເຊິ່ງເຂົ້າຮ່ວມການແຂ່ງຂັນກິລາ 32 ປະເພດ.
  ພາບປະກອບ: ຄະນະກຳມະການ ໂອລິມປິກ ອິນໂດເນເຊຍ  

 ຄະນະນັກກິລາ ອິນໂດເນເຊຍ ຈະເດີນທາງໄປຍັງ ຫວຽດນາມ, ເຂົ້າຮ່ວມ Sea Games 31. ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ, ທ່ານ Ferry Kono, ເລຂາທິການໃຫຍ່ ຄະນະກຳມະການໂອລິມປິກ ອິນໂດເນເຊຍ, ຫົວໜ້າຄະນະນັກກິລາ ອິນໂດເນເຊຍ ໃຫ້ຮູ້ວ່າ: ຄະນະນັກກິລາ ອິນໂດເນເຊຍ ເຂົ້າຮ່ວມ SEA Games 31 ມີທັງໝົດ 499 ຄົນ ເຊິ່ງເຂົ້າຮ່ວມການແຂ່ງຂັນກິລາ 32 ປະເພດ. ບັນດານັກກິລາ ຕ້ອງຜ່ານການການຄັດເລືອກຢ່າງເຂັ້ມງວດ, ໂດຍອີງໃສ່ ຜົນງານໃນການແຂ່ງຂັນກິລາຂອງເຂົາເຈົ້າພ້ອມກັບຕ້ອງມີສຸຂະພາບແຂງແຮງ ເພື່ອຮັບປະກັນເປົ້າໝາຍ ອິນໂດເນເຊຍຈະຮັກສາຕຳແໜ່ງທີ 4 ໃນຕາຕະລາງການແຂ່ງຂັນ SEA Games ຄັ້ງນີ້. ທ່ານໃຫ້ຮູ້ວ່າ:

ເຖິງວ່າຍັງມີສິ່ງກີດຂວາງບາງຢ່າງໃນວິວັດການເຂົ້າຮ່ວມ ແຕ່ພວກຂ້າພະເຈົ້າ ຕີລາຄາສູງຄວາມມານະພະຍາຍາມຂອງລະບົບ ແລະ ລັດຖະບານ ຫວຽດນາມ ໃນວຽກງານກະກຽມ ແລະ ຍາມໃດກໍ່ຈະຮັກສາການຕິດຕໍ່ພົວພັນລະຫວ່າງສອງຄະນະກຳມະການ ໂອລິມປິກ ອິນໂດເນເຊຍ - ຫວຽດນາມ. ຕາງໜ້າໃຫ້ແກ່ອິນໂດເນເຊຍ, ພວກຂ້າພະເຈົ້າຂໍອວຍພອນໃຫ້ລັດຖະບານ ຫວຽດນາມ ແລະ ຄະນະກຳມະການໂອລິມປິກ ຫວຽດນາມ ຈັດຕັ້ງສຳເລັດ SEA Games 31 ປີ 2022 ຢ່າງສຳເລັດຜົນ. ພິທີໄຂຈະມີນັກກິລາ 30 ຄົນ ໂດຍຕາງໜ້າໃຫ້ຄະນະນັກກິລາ ອິນໂດເນເຊຍ ເຂົ້າຮ່ວມການສວນສະໜາມ ແລະ ຄະນະນັກກິລາ ອິນໂດເນເຊຍ ພ້ອມແລ້ວທີ່ຈະເຊື່ອມຕົວກັບງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນເຂົ້າໃນຜົນສຳເລັດຂອງ SEA Games 31.


top