ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ ດ້ວຍຄວາມຄາດຫວັງທີ່ໃຫຍ່ຫຼວງ, ເປົ້າໝາຍສູງ ແລະ ຄຳຮຽກຮ້ອງທີ່ຮີບດ່ວນທີ່ສຸດ. ໃນສະພາບການນັ້ນ, ຄໍາຮຽກຮ້ອງທີ່ວາງອອກສຳລັບສະມາຄົມນັກຮົບເກົ່າ ຫວຽດນາມ ບໍ່ພຽງແຕ່ແມ່ນການປະຕິບັດໜ້າທີ່ອັນເປັນມູນເຊື້ອໃຫ້ເປັນຢ່າງດີເທົ່ານັ້ນ, ຫາກຍັງຄວນປ່ຽນແປງໃໝ່ເນື້ອໃນ, ແບບວິທີເຄື່ອນໄຫວຢ່າງແຂງແຮງ; ຍົກສູງຄຸນນະພາບການຈັດຕັ້ງສະມາຄົມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ VIII (ພາບ: VOV)
“ສືບຕໍ່ສ້າງສະມາຄົມນັກຮົບເກົ່າ ຫວຽດນາມ ໝັ້ນຄົງເຂັ້ມແຂງຮອບດ້ານ”. ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໃນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ VIII, ອາຍຸການ 2026 – 2031 ທີ່ດຳເນີນໃນຕອນເຊົ້າວັນທີ 17 ມິຖຸນາ ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ ດ້ວຍຄວາມຄາດຫວັງທີ່ໃຫຍ່ຫຼວງ, ເປົ້າໝາຍສູງ ແລະ ຄຳຮຽກຮ້ອງທີ່ຮີບດ່ວນທີ່ສຸດ. ໃນສະພາບການນັ້ນ, ຄໍາຮຽກຮ້ອງທີ່ວາງອອກສຳລັບສະມາຄົມນັກຮົບເກົ່າ ຫວຽດນາມ ບໍ່ພຽງແຕ່ແມ່ນການປະຕິບັດໜ້າທີ່ອັນເປັນມູນເຊື້ອໃຫ້ເປັນຢ່າງດີເທົ່ານັ້ນ, ຫາກຍັງຄວນປ່ຽນແປງໃໝ່ເນື້ອໃນ, ແບບວິທີເຄື່ອນໄຫວຢ່າງແຂງແຮງ; ຍົກສູງຄຸນນະພາບການຈັດຕັ້ງສະມາຄົມ. ວຽກງານນັກຮົບເກົ່າໃນສະພາບການໃໝ່ຕ້ອງໄດ້ຮັບການເຊື່ອມຊຶມຢ່າງເລິກເຊິ່ງ ແລະ ຫັນເປັນລະອຽດດ້ວຍໂຄງການທີ່ແທດຈິງ.
“ຖັນແຖວພະນັກງານສະມາຄົມຕ້ອງເປັນແບບຢ່າງກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ, ມີກຳລັງຄວາມສາມາດຂົນຂວາຍມະຫາຊົນ; ໃກ້ຊິດກັບສະມາຊິກ, ກັບປະຊາຊົນ ແລະ ເຂົ້າໃຈຮາກຖານ; ກ້າຄິດ, ກ້າທຳ, ກ້າຮັບຜິດຊອບ. ພ້ອມດຽວກັນນັ້ນ, ກໍ່ໍ່ເພີ່ມທະວີການປະສານສົມທົບລະຫວ່າງສະມາຄົມນັກຮົບເກົ່າ ຫວຽດນາມ ກັບ ສະມາຄົມອະດີດຕຳຫຼວດປະຊາຊົນ ໃນການຮັກສາຄວາມສະຫງົບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຈາກຮາກຖານ, ປັບປຸງແນວຮົບປ້ອງກັນຊາດທົ່ວປວງຊົນຕິດພັນກັບແນວຮົບຄວາມສະຫງົບປະຊາຊົນ, ປະກອບສ່ວນປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຢ່າງໝັ້ນຄົງ”.
(ແຫຼ່ງຄັດຈາກ VOV)