ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67
ໃນບັນຍາກາດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ແລະ ຕ້ອນຮັບບຸນເຕັດປີມະເມຍ 2026, ຕອນເຊົ້າວັນທີ 16 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຖະຫວາຍທູບທຽນສະແດງຄວາມເຄົາລົບນັບຖືອາໄລຫາ, ຕອບບຸນແທນຄຸນຕໍ່ບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ. (ແຫຼ່ງຄັດຈາກ VOV)
ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ. ເພື່ອແນໃສ່ປະກອບສ່ວນຮັກສາມູນເຊື້ອປະຫວັດສາດອັນສະຫງ່າລາສີ ແລະ ຫຼັກສິນທຳອັນດີງາມຂອງຊາດ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນເຂດປູຊະນີຍະສະຖານພະລາສະວັງ ທັງລອງ - ຮ່າໂນ້ຍ ສືບຕໍ່ຟື້ນຟູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ, ເພື່ອແນະນຳບັນດາຄຸນຄ່າປະຫວັດສາດໄປເຖິງເພື່ອນມິດສາກົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ແລະ
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67 (ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ໃນທຳນຽບປະທານປະເທດ). ທ່ານເລຂາທິການໃຫຍ່ໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ. ຊື່ສຽງ ແລະ ພາລະກິດຂອງເພີ່ນຍັງຄົງຕົວກັບປະເທດຊາດ ຫວຽດນາມ ຕະຫຼອດໄປ, ຢູ່ໃນດວງໃຈຂອງຊາດ ຫວຽດນາມ ແລະ ໃນດວງໃຈຂອງມວນມະນຸດຕະຫຼອດໄປ.








