ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຫວາຍທູບທຽນສະແດງຄວາມເຄົາລົບນັບຖືອາໄລຫາ, ຕອບບຸນແທນຄຸນຕໍ່ບັນພະບຸລຸດ)
ໃນບັນຍາກາດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ແລະ ຕ້ອນຮັບບຸນເຕັດປີມະເມຍ 2026, ຕອນເຊົ້າວັນທີ 16 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຖະຫວາຍທູບທຽນສະແດງຄວາມເຄົາລົບນັບຖືອາໄລຫາ, ຕອບບຸນແທນຄຸນຕໍ່ບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ. (ແຫຼ່ງຄັດຈາກ VOV)
ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ. ເພື່ອແນໃສ່ປະກອບສ່ວນຮັກສາມູນເຊື້ອປະຫວັດສາດອັນສະຫງ່າລາສີ ແລະ ຫຼັກສິນທຳອັນດີງາມຂອງຊາດ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນເຂດປູຊະນີຍະສະຖານພະລາສະວັງ ທັງລອງ - ຮ່າໂນ້ຍ ສືບຕໍ່ຟື້ນຟູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ, ເພື່ອແນະນຳບັນດາຄຸນຄ່າປະຫວັດສາດໄປເຖິງເພື່ອນມິດສາກົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ແລະ
(ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67)
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67 (ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ໃນທຳນຽບປະທານປະເທດ). ທ່ານເລຂາທິການໃຫຍ່ໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ. ຊື່ສຽງ ແລະ ພາລະກິດຂອງເພີ່ນຍັງຄົງຕົວກັບປະເທດຊາດ ຫວຽດນາມ ຕະຫຼອດໄປ, ຢູ່ໃນດວງໃຈຂອງຊາດ ຫວຽດນາມ ແລະ ໃນດວງໃຈຂອງມວນມະນຸດຕະຫຼອດໄປ.