ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ສະເໜີວ່າໃນໄລຍະຈະມາເຖິງທາງແຂວງສຸມໃສ່ພັດທະນາເສດຖະກິດສັງຄົມ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ລຸລ່ວງທຸກແຫຼ່ງກຳລັງ, ນຳຮ່າຢາງພັດທະນາຢ່າງຮອບດ້ານສູ້ຊົນນຳການເຕີບໂຕບັນລຸລະດັບຢ່າງນ້ອຍສຸດແມ່ນເທົ່າກັບລະດັບສະເລ່ຍຂອງທົ່ວປະເທດ. ຕາມທ່ານ ໂຕເລິມແລ້ວ, ຮ່າຢາງມີຄວາມສາມາດບົ່ມຊ້ອນກ່ຽວກັບ 3 ຂົງເຂດເສົາຄ້ຳແມ່ນການທ່ອງທ່ຽວ, ເສດຖະກິດຄ້າຂາຍຢູ່ເຂດຊາຍແດນ, ກະສິກຳປ່າໄມ້ ແລະ ຢາສະໝູນໄພທີ່ມີຄຸນນະພາບ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
ການພັດທະນາເສດຖະກິດກະສິກຳແບບຍືນຍົງ, ຫຼາຍບົດບາດໜ້າທີ່: ສຸມໃສ່ພັດທະນາກະສິກຳແບບອັດສະລິຍະ, ສິນພິເສດ, ອົງຄະທາດ, ປອດໄພຕິດພັນກັບການພັດທະນາການທ່ອງທ່ຽວ. ສຸມໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ, ຮ່າຢາງຕ້ອງເອົາໃຈໃສ່ເປັນພິເສດເຖິງການລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດ່ານຊາຍແດນ, ພັດທະນາການບໍລິການ logicstic, ພື້ນຖານໂຄງລ່າງການແພດ, ການສຶກສາ ແລະ ພື້ນຖານໂຄງລ່າງອັດສະລິຍະ. ພັດທະນາເສດຖະກິດດີຈີຕອນ ແລະ ການຄ້າເອເລັກໂຕນິກ ຍິ່ງມີຄວາມສຳຄັນສຳລັບບັນດາທ້ອງຖິ່ນຢູ່ເຂດຫ່າງໄກຄືຮ່າຢ່າງ. ເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງການພັດທະນາປ່າ ແລະ ຊັບພະຍາກອນນ້ຳ, ນີ້ແມ່ນສອງຊັດບະຍາກອນອັນລ້ຳຄ່າມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ອະນາຄົດແຫ່ງການພັດທະນາແບບຍືນຍົງຂອງຮ່າຢາງ.