ວັນທີ 1 ຕຸລາ, ຢູ່ສຳນັກງານຫ້ອງວ່າການສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕ້ອນຮັບ ທ່ານ ຊັນດີບ ບາລາທີ, ປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ, ສະຫະລັດອາເມຣິກາ.
ໃນການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ພວມ ແລະ ພະຍາຍາມສືບຕໍ່ປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງນະໂຍບາຍ, ກົດໝາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ ບັນດາກິດຈະກຳລົງທຶນ, ການດຳເນີນທຸລະກິດຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ. ທ່ານ ເລຂາທິການໃຫຍ່ ໄດ້ຍົກອອກບູລິມະສິດ ຈຳນວນໜຶ່ງ ເພື່ອໃຫ້ ກຸ່ມບໍລິສັດ ມາເວລ ເພີ່ມທະວີການລົງທຶນຢູ່ ຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອ ຫວຽດນາມ ສ້າງສູນຂໍ້ມູນ, ພັດທະນາຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ບຳລຸງແຫຼ່ງຊັບພະຍາກອນມະນຸດ
ສ່ວນ ທ່ານ ຊັນດີບ ບາລາທີ, ປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ ໄດ້ຕີລາຄາສູງວິໄສທັດຂອງການນຳຫວຽດນາມສຳລັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດຂອງ ທ່ານ ເລຂາທິການໃຫຍ່ແລະຢືນຢັນວ່າກຸ່ມບໍລິສັດຈະສືບຕໍ່ຮ່ວມມືໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳປ່ຽນແປງໃໝ່;ໃຫ້ຄຳໝັ້ນສັນຍາຊຸກຍູ້ການ ພັດທະນາລະບົບນິເວດ ເຄິ່ງຊັກນຳໄຟຟ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນລະບົບນິເວດທົ່ວໂລກຂອງກຸ່ມບໍລິສັດ.