ທ່ານເລຂາທິການໃຫຍ່ ກໍ່ສະເຫນີ ລັດຖະບານ ເຢຍລະມັນ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນໃນການດຳລົງຊີວິດ ແລະ ເຮັດວຽກ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານ ເຫັນດີ ຈະຊີ້ນຳການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຊື່ງສອງປະເທດຕ່າງມີຄວາມສົນໃຈໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢືນຢັນ: ເຢຍລະມັນ ຖື ການພົວພັນຄູ່ຮ່ວມມືຍຸດທະສາດ ເຢຍລະມັນ - ຫວຽດນາມ ພວມພັດທະນາອັນດີງາມເປັນສຳຄັນ, ມີຫລາຍຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງປະເທດຍູ້ແຮງການຮ່ວມມືດ້ານການເມືອງສອງຝ່າຍ ແລະ ຢູ່ບັນດາເວທີປາໄສສາກົນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ໃນນັ້ນ ເສີມຂະຫຍາຍທ່າແຮງຂອງ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ຊຸກຍູ້ບັນດາໂຄງການຂອງ ເຢຍລະມັນ ຢູ່ ຫວຽດນາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ 19.