• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມແລະເຮັດວຽກຢູ່ນາມດິ້ງ



(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກຢູ່ນາມດິ້ງ)
      ວັນ​ທີ 08/02, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ໄປ​ຢ​້ຽ​ມ​ຢາມ ແລະ ເຮັດ​ວຽກ​ກັບ​ຄະ​ນະປະ​ຈຳ​ຄະ​ນ​ະ​ພັກ​ແຂວງ ນາມດິ້ງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ວຽກ​ງານກໍ່​ສ້າງ​ພັກ​ໃນ​ປີ 2016; ທິດ​ທາງ, ໜ​້າ​ທີ່​ຈຸດ​ສຸມ​ໃນ​ປີ 2017. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ເນັ້ນ​ໜັກ​ວ່າ, ນາມ​ດິ້ງ ແມ່ນ​ແຂວງ​​ທີ່ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ, ມີ​ມູນ​ເຊື້ອ​ປະ​ຫວັດ​ສາດ, ວັ​ດ​ທະ​ນະ​ທຳ, ມີ​ມູນ​ເຊື້ອ​ປະ​ຕິ​ວັດອົງ​ອາດ​ກ້າ​ຫານ, ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ພາ​ລະ​ກິດ​ປະ​ຕິ​ວັດ​ລວມ​ຂອງ​ປະ​ເທດ​ຊາດ. ປະ​ຈຸ​ບັນ, ນາມດິ້ງ ໄດ້​ເຕົ້າ​ໂຮມ​ບັນ​ດາ​ປັດ​ໃຈ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ແລະ ການ​ບໍ​ລິ​ການ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ນາມດິ້ງ ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ແຮງ, ຄວາມ​ສາ​ມາດ​ບົມ​ຊ້ອນ​ທີ່​ເຄີຍ​ມີ​ຢ​ູ່ແລ​້ວ, ມ​ູນ​ເຊື້ອ​ວິ​ລະ​ຊົນ, ມາ​ນະ​ພະ​ຍາ​ຍາມ​ບື່ນ​ຕົວ​ຂຶ້​ນ, ພັດ​ທະ​ນາ​ຢ່າງ​ແຮງກວ່າ​ອີກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮຽກ​ຮ້ອງ​ໃຫ້​ແຂວງ​ນາມ​ດິ້ງ ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​​ຂອງປະ​ຊາ​ຊົນ​​ໃຫ້​ດີ, ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ​ໃນ​ສັງ​ຄົມ, ປະ​ຕິ​​ບັດ​ວຽກ​ງານ​​ກໍ່​ສ້າງ, ປັບ​ປຸງ​ພັກ, ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ປຸ​ກ​ລູກມູນ​ເຊື້ອ​ວິ​ລະ​ຊົນ.
        ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ, ຕອນ​ບ່າຍວັນ​ດຽວ​ດັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ໄປ​ຢ້ຽມ​ຢ​າມ​ໂຮງ​ຮຽນ​ການ​ເມືອງ ເຈື່ອງ​ຈິງ ແຂວງ​ນາມດິ້ງ, ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ຢູ່ອ​າ​ນຸ​ສອນ​ສະ​ຖານ ແລະ ອ​ະ​ນຸ​ສາ​ວະ​ລີ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ຢ​ູ່​ເມືອງ​ຊວນ​ເຈື່ອງ, ແຂ​ວງ​ນາມ​ດິ້ງ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top