• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານນາງ Aung Suu Kyi ທີ່ປຶກສາແຫ່ງລັດມຽນມາ

      ວັນທີ 20 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Aung Suu Kyi ທີ່ປຶກສາແຫ່ງລັດມຽນມາ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ.

(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານນາງ Aung Suu Kyi ທີ່ປຶກສາແຫ່ງລັດມຽນມາ)
      ທີ່ການຕ້ອນຮັບ, ທ່ານນາງ Aung Suu Kyi ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໃນນັ້ນ 2 ຝ່າຍໄດ້ສະແດງຄວາມຕັດສິນໃຈສືບຕໍ່ເພີ່ມທະວີການຮ່ວມມື ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ 2 ຝ່າຍ ແລະ ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ, ກ່ອນອ່ືນໝົດແມ່ນໃນຂອບເຂດອາຊຽນ… ທ່ານນາງ Aung Suu Kyi  ປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທາງຝ່າຍພັກ, ລັດຖະບານ ແລະ ປະຊາຊົນ 2 ປະເທດໃຫ້ຫຼາຍກວ່າອີກໃນໄລຍະມາເຖິງ.
      ສ່ວນທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການເພີ່ມທະວີ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານກັບມຽນມາ; ຊົມເຊີຍໝາກຜົນການເຈລະຈາກັບທ່ານນາຍົກລັດຖະມົນຕີ, ທ່ານເລຂາທິການໃຫຍ່ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການຄ້າ, ການລົງທຶນ ແລະ ການພົບປະແລກປ່ຽນວັດທະນະທຳ ກໍຄືໃນຂອບເຂດອາຊຽນ ແລະ ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
      ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Aung Suu Kyi ທີ່ປຶກສາແຫ່ງລັດມຽນມາ. ທີ່ການຕ້ອນຮັບ, ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ມຽນມາ ແມ່ນຕະຫຼາດເຊິ່ງບັນດາວິສາຫະກິດຫວຽດນາມ ມີຄວາມປາດຖະໜາຢາກຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນຍາວນານ ເພື່ອຜົນປະໂຫຍດລວມຂອງ 2 ປະເທດ; ປາດຖະໜາວ່າ ທ່ານນາງ Aung Suu Kyi ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ດຳເນີນທຸລະກິດຢູ່ມຽນມາ, ພິເສດແມ່ນໃນບັນດາຂົງເຂດທະນາຄານ, ນ້ຳມັນອາຍແກັດ, ໂທລະຄົມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top