• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຄັ້ງທຳອິດອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຢືນຢັນວ່າ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນເຫດການການເມືອງສຳຄັນຍິ່ງ, ຄາດວ່າຈະຈັດຂຶ້ນໃນໄຕມາດທີ 1 ປີ 2026.
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ)

ຕອນເຊົ້າວັນທີ 13 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໄດ້ເປັນປະທານກອງປະຊຸມຄັ້ງທຳອິດຂອງອະນຸກຳມະການ ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານກະກຽມບຸກຄະລາກອນຂອງພັກ. ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ເມື່ອເຕື້ອງເຖິງບັນດາຄວາມຮຽກຮ້ອງທີ່ໄດ້ວາງອອກໃຫ້ວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ບັນຫາສຳຄັນແຖວໜ້າແມ່ນຕ້ອງກຳນົດຄວາມຮຽກຮ້ອງຕ້ອງການກໍ່ສ້າງຄະນະບໍລິຫານງານສູນກາງພັກຢ່າງຖືກຕ້ອງ ເຊິ່ງແກ່ນສານແມ່ນກົມການເມືອງ, ຄະນະເລຂາທິການສູນກາງພັກ, ການນຳຫຼັກແຫຼ່ງຂອງພັກ. ກ່ຽວກັບການກໍ່ສ້າງຄະນະບໍລິຫານງານສູນກາງພັກຊຸດທີ XIV ຕ້ອງຮັບປະກັນວ່າເປັນກົມກອງລວມໝູ່ທີ່ມີຄວາມສາມັກຄີ, ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທດຈິງ; ມີວິໄສທັດຍຸດທະສາດ; ມີພູມປັນຍາ, ແນວຄິດປ່ຽນແປງໃໝ່, ປະດິດຄິດສ້າງ; ຕິດພັນກັບປະຊາຊົນຢ່າງສະໜິດສະໜົມ; ມີອິດທິພົນຊື່ສຽງຢ່າງພຽງພໍ, ກຳລັງນຳພາປະເທດຊາດໃນໄລຍະພັດທະນາໃໝ່.

ທ່ານເລຂາທິການໃຫຍ່ສະເໜີວ່າ, ວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່ຕ້ອງໄດ້ດຳເນີນຕາມຂັ້ນຕອນເຂັ້ມງວດ, ມີວິທະຍາສາດ ແລະ ສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມທ່ຽງທຳ, ພາວະວິໄສໃນວຽກງານຕີລາຄາ, ແນະນຳ, ຄັດເລືອກ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຢືນຢັນວ່າ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນເຫດການການເມືອງສຳຄັນຍິ່ງ, ຄາດວ່າຈະຈັດຂຶ້ນໃນໄຕມາດທີ 1 ປີ 2026. ກອງປະຊຸມໃຫຍ່ຄັ້ງທີ XIV ກໍ່ແມ່ນຂີດໝາຍສຳຄັນ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.  ບັນດາຜູ້ແທນກໍ່ເນັ້ນໜັກວ່າ, ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນໜ້າທີ່ສຳຄັນຂອງທັງລະບົບການເມືອງ, ສະນັ້ນ, ຕ້ອງປະຕິບັດວຽກງານບຸກຄະລາກອນຈາກກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຝລັ່ງ ເລິກເຊິ່ງຂຶ້ນຕື່ມ

ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຝລັ່ງ ເລິກເຊິ່ງຂຶ້ນຕື່ມ

ຫວຽດນາມ ພ້ອມແລ້ວທີ່ຈະຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.

Top