• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງສະພາແຫ່ງຊາດ ຫວຽດນາມ ໃຫ້ໝັ້ນຂົງເຂັ້ມແຂງຢ່າງແທ້ຈິງ

ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ, ການຊີ້ນຳນຳພາຢ່າງຮອບດ້ານ, ພາວະວິໄສ, ມີວິທະຍາສາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມການວາງສະແດງປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນວັນທີ 16 ກໍລະກົດ 2024 (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງໃນການຊີ້ນຳ, ສ້າງສະພາແຫ່ງຊາດຢ່າງໝັ້ນຄົງເຂັ້ມແຂງ, ການເຄື່ອນໄຫວໃຫ້ນັບມື້ນັບບັນລຸປະສິດທິຜົນ, ສົມກັບບົດບາດ, ທີ່ຕັ້ງແມ່ນອົງການຜູ້ແທນສູງສຸດຂອງປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນບົດຂຽນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ດ້ວຍຫົວຂໍ້ວ່າ “ປະຕິບັດຄວາມມຸ່ງມາດປາດຖະໜາຂອງທ່ານເລຂາທິການໃຫຍ່, ສະພາແຫ່ງຊາດຈະສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ”.

        ໃນບົດຂຽນທີ່ລົງພິມໃນບັນດາພາຫະນະສື່ມວນຊົນໃນວັນທີ 23 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ, ການຊີ້ນຳນຳພາຢ່າງຮອບດ້ານ, ພາວະວິໄສ, ມີວິທະຍາສາດ. ພາຍໃຕ້ການນຳພາຂອງພັກ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນບັນດາອາຍຸການມໍ່ໆມານີ້, ສະພາແຫ່ງຊາດໄດ້ມີບາດກ້າວເດີນຖືກທິດ, ຍົກສູງປະສິດທິຜົນ ແລະ ຄຸນນະພາບການເຄື່ອນໄຫວ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ອຳນາດກົດໝາຍ, ປະຕິບັດສິດເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ຕັກເຕືອນສະພາແຫ່ງຊາດວ່າ “ຕ້ອງໃກ້ຊິດ, ຕິດພັນກັບປະຊາຊົນຢ່າງສະໜິດແໜ້ນ, ກຳແໜ້ນຢ່າງຄົບຖ້ວນ, ເຂົ້າໃຈຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງເລິກເຊິ່ງ ແລະ ຄວາມຮຽກຮ້ອງຢ່າງຊອບທຳຂອງປະຊາຊົນ, ເຄົາລົບ ຮັບຟັງ, ສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງຄົບຖ້ວນ”. ນີ້ແມ່ນປັດໃຈສຳຄັນເພື່ອຮັບປະກັນໃຫ້ສະພາແຫ່ງຊາດມີບັນດາລັດຖະນະໂຍບາຍຢ່າງຖືກຕ້ອງ ແລະ ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນຢ່າງແທດຈິງ.

(ແຫຼ່ງຄັດຈາກ VOV)

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025;

Top