• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳຫວຽດນາມ

ກ້າວເຂົ້າສູ່ທົດສະວັດທີ 3 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ປະເທດຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ Bezdetko Gennady Stepanovich. (ພາບ: TTXVN)

ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ Bezdetko Gennady Stepanovich ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມ. ໃນສະພາບປີ 2021 ຫວຽດນາມ ແລະ ສະຫະພັນລັດເຊຍ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ, ກ້າວເຂົ້າສູ່ທົດສະວັດທີ 3 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ປະເທດຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກວ່າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ອ້າຍນ້ອງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top