• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ: ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນຕິດພັນກັບການພັດທະນາຂອງພັກ ແລະ ຊາດ

ກອງປະຊຸມໃຫຍ່ໄດ້ກຳນົດທິດທາງ, ໜ້າທີ່, ເປົ້າໝາຍພັດທະນາຂອງຊາດໃນໄລຍະ 5 - 10 ປີຈະມາເຖິງ ແລະ ຈົນຮອດປີ 2045 - ເຊິ່ງແມ່ນປີສະເຫຼີມສະຫຼອງການ ສະຖາປະນາ  ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຄົບຮອບ 100 ປີ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ 

ທີ່ການຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດປີໃໝ່ 2022, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ  ໄດ້ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ເຕົ້າໂຮມອິດທິພົນຂອງພັກ, ວິໄສທັດ ແລະ ຄວາມມຸ່ງຫວັງປາດຖະໜາຂອງຊາດ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ມີຄວາມໝາຍສຳຄັນພິເສດ ໃນວິວັດການສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ. ກອງປະຊຸມໃຫຍ່ໄດ້ກຳນົດທິດທາງ, ໜ້າທີ່, ເປົ້າໝາຍພັດທະນາຂອງຊາດໃນໄລຍະ 5 - 10 ປີຈະມາເຖິງ ແລະ ຈົນຮອດປີ 2045 - ເຊິ່ງແມ່ນປີສະເຫຼີມສະຫຼອງການ ສະຖາປະນາ  ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຄົບຮອບ 100 ປີ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ແມ່ນວຽກງານທີ່ສຳຄັນທີ່ສຸດ, ຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດ ແລະ ມີແບບມີແຜນ. ພະນັກງານ, ສະມາຊິກພັກແຕ່ລະຄົນ ພິເສດແມ່ນການນຳ, ຫົວໜ້າຂະແໜງ ຕ້ອງເປັນແບບຢ່າງ, ຍົກສູງຈິດໃຈຄວາມຮັບຜິດຊອບ, ສ້າງຄວາມເຫັນດີເປັນເອກະພາບຢູ່ລະດັບສູງ ໃນການຈັດຕັ້ງຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເຂົ້າສູ່ຊີວິດຕົວຈິງໂດຍໄວ, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງປະເທດຊາດຫວຽດນາມ ນັບມື້ນັບຈະເລີນຮຸ່ງເຮືອງ, ປະຊາຊົນນັບມື້ນັບມີຄວາມຜາສຸກ, ປະເທດຊາດນັບມື້ນັບພັດທະນາ, ວັດທະນາຖາວອນ. ຕາມທ່ານ ຫງວຽນຝຸຈ້ອງແລ້ວ, ໜ້າທີ່ສ້າງສາ, ປັບປຸງພັກ ແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນຕິດພັນກັບການພັດທະນາຂອງພັກ, ຂອງຊາດ ແລະ ພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ພວມວາງອອກບັນດາຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃຫຍ່ຫຼວງທີ່ສຸດ, ຮຽກຮ້ອງໃຫ້ພັກກອມມູນິດ ຫວຽດນາມ ຕ້ອງສືບຕໍ່ຍົກສູງ ຈັນຍາບັນ ແລະ ພູມປັນຍາກ່ວາອີກ.
(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top