ຂ່າວສານ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກຂະບວນການເບື້ອງຊ້າຍເອກະພາບ (MIU) ແຫ່ງ ສາທາລະນະລັດ ໂດມີນິກ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານ Miguel Mejia ເລຂາທິການໃຫຍ່ ພັກຂະບວນການຝ່າຍຊ້າຍເອກະພາບ
(ພາບ: TTXVN)
ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຖືວ່າ ໄລຍະຈະມາເຖິງ, ສອງພັກ ຄວນສືບຕໍ່ຊຸກຍູ້ການພົວພັນຄືແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ,ແບ່ງປັນບົດຮຽນໃນການປະຕິບັດຕົວຈິງ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍບົດບາດສໍາຄັນໃນວຽກງານການເມືອງ ໂດມີນິກ, ພັກ MIU ຈະສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ - ສ. ໂດມີນິກ ໃຫ້ດີ ກວ່າເກົ່າ.
ສ່ວນທ່ານ Miguel Mejia ເລຂາທິການໃຫຍ່ພັກ MIU ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ປະຊາຊົນສອງປະເທດ, ໂດຍສະເພາະແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ນໍາການພົວພັນສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລ່ວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ.
ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານເລຂາທິການໃຫຍ່ Miguel Mejia ໄດ້ມີການພົບປະກັບທ່ານເລຂາອົງຄະນະພັກນະຄອນຮ່າໂນ້ຍ ຮວ່າງຈູງຫາຍ; ເຂົ້າຮ່ວມພິທີເປີດສະຫຼອງຮູບປັ້ນສາດສະດາຈານ Juan Bosch ຊາວ ໂດມີນິກ ຢູ່ສວນສາທາລະນະ ຮວ່າບິງ, ທີ່ນະຄອນຮ່າໂນ້ຍ; ມີການເຈລະຈາກັບຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຮວ່າງບິງກວນ; ຢ້ຽມຢາມ ແລະ ເຮັດວຽກກັບກະຊວງການຕ່າງປະເທດ, ກຸ່ມບໍລິສັດ ອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ Viettel ແລະອື່ນໆ.
(ແຫຼ່ງຄັດຈາກ VOV)