ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ APEC 2026 ແລະ ເຮັດວຽກສອງຝ່າຍຢູ່ ຈີນຢ່າງຈົບງາມ
ຕອນບ່າຍວັນທີ 20 ພະຈິກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກແຂວງ ຢຸນໜານ, ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດເວທີປາໃສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 33 ແລະ ການເຮັດວຽກສອງຝ່າຍຢູ່ ຈີນ (ແຕ່ວັນທີ 17-20 ພະຈິກ 2026) ຢ່າງຈົບງາມ ຕາມຄຳເຊີນຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ພັນລະຍາ.
ໃນຂອບເຂດສັບປະດາສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 33; ກອງປະຊຸມສຸດຍອດວິສາຫະກິດ APEC 2026. ຢູ່ນອກສັບປະດາສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ມີການພົບປະສອງຝ່າຍສຳຄັນກັບການນຳຂອງບັນດາພື້ນຖານເສດຖະກິດ ແລະ ຕ້ອນຮັບສະຫະພັນວິສາຫະກິດ ອາເມລິກາ - APEC.
ກ່ຽວກັບການເຄື່ອນໄຫວສອງຝ່າຍກັບ ຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ດຳເນີນການໂອ້ສົມສົນທິນາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ຕ້ອນຮັບການນຳຈຳນວນໜຶ່ງ ແລະ ພົບປະກັບການນຳຫຼາຍກຸ່ມບໍລິສັດໃຫຍ່ຂອງ ຈີນ.






